ໃນວັນທີ 4 ທັນວາ 2021 ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີເປີດການນຳໃຊ້ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ກໍຄືໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈີສຕິກຄົບວົງຈອນ ນະຄອນຫລວງວຽງຈັນ ຢ່າງເປັນທາງການ, ເຊິ່ງໂຄງການດັ່ງກ່າວ ເປັນໂຄງການທີ່ນອນໃນແຜນຍຸດທະສາດຂອງການພັດທະນາໂລຈີສຕິກ ຂອງລັດຖະບານແຫ່ງ ສປປ ລາວ,
ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.

ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດລັນຄ້ອງ 9 ບາດເພື່ອເປັນສິຣິມຸງຄຸນໃຫ້ແກ່ການນໍາໃຊ້ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ. ພ້ອມນີ້, ຍັງມີການປ່ອຍຂະບວນສິນຄ້າຮອບປະຖົມມະເລີກ ຈຳນວນ 12 ຕູ້ຄອນເທັນເນີ້ ໄປຍັງປະເທດຫວຽດນາມ, ໄທ ແລະ ກຳປູເຈຍ ອີກດ້ວຍ.
ໃນໂອກາດດັ່ງກ່າວ, ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຈີສຕິກ ຈຳກັດ ໄດ້ກ່າວວ່າ: ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ກໍຄືໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈີສຕິກຄົບວົງຈອນນະຄອນຫລວງວຽງຈັນ ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ດ້ານການຂົນສົ່ງການຄ້າຂອງພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງ ໂດຍແມ່ນການລວມເອົາສອງອົງປະກອບສຳຄັນ ຄື:
ທ່າບົກ ແລະ ດ່ານສາກົນ ລວມເຂົ້າກັນໃນຈຸດທີ່ຕັ້ງດຽວ ຈຶ່ງເຮັດໃຫ້ໂຄງການດັ່ງກ່າວ, ແມ່ນປຽບເໝືອນທ່າເຮືອທີ່ຕັ້ງຢູ່ເທິງບົກຢ່າງແທ້ຈິງ ເຊິ່ງຈະອຳນວຍຄວາມສະດວກ ສູງສຸດໃຫ້ແກ່ການເຮັດກິດຈະກຳ, ທຸລະກຳ ໃນການຜ່ານແດນສິນຄ້າ ແລະ ສິນຄ້າຜ່ານແດນ.

ໂຄງການນີ້, ຕັ້ງຢູ່ ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ເຊື່ອມຕໍ່ບ້ານຊຽງດາ, ບ້ານນາຄວາມໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ເຊິ່ງມີຂອບເຂດ ສຳປະທານເບື້ອງຕົ້ນແມ່ນ 382 ເຮັກຕາ, ມີໄລຍະສຳປະທານ 50 ປີ ໂດຍແບ່ງອອກເປັນ 2 ໂຄງປະກອບ ຄື: ການກໍ່ສ້າງທ່າບົກ ແລະ ສ້າງເຂດໂລຈີສຕິກຄົບວົງຈອນ.
ທັງສອງໂຄງການດັ່ງກ່າວນີ້, ຄາດຄະເນການລົງທຶນທັງໝົດ 727 ລ້ານໂດລາສະຫະລັດ, ໂຄງການທ່າບົກ ແມ່ນລົງທຶນເບື້ອງຕົ້ນ 180 ລ້ານໂດລາສະຫະລັດ ແລະ ເຂດໂລຈີສຕິກ ລົງທຶນ 547 ລ້ານໂດລາສະຫະລັດ, ເຊິ່ງທັງໝົດນີ້ແມ່ນການລົງທຶນຂອງເອກະຊົນລາວ 100% ແລະ ຄາດຄະເນຈະສຳເລັດທັງສອງໂຄງການ ໃນອີກ 2 ປີຂ້າງໜ້າ.

ພ້ອມນີ້, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄຳເຫັນວ່າ: ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເປັນໂຄງການທີ່ມີຄວາມສຳຄັນໃນການອຳນວຍຄວາມສະດວກໃຫ້ແກ່ການລຳລຽງຂົນສົ່ງ ຕາມຍຸດທະສາດການພັດທະນາໂລຈີສຕິກຂົນສົ່ງສິນຄ້າຂອງລາວ ມີຄວາມສະດວກວ່ອງໄວ, ປອດໄພ, ທັນສະໄໝ, ຍືນຍົງ ເປັນມິດຕໍ່ສິ່ງແວດລ້ອມ ເພີ່ມຄວາມສາມາດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ຢ່າງມີປະສິດທິພາບປະສິດທິຜົນ.
ຜົນສຳເລັດໃນການສ້າງລະບົບໂຄງລ່າງພື້ນຖານ ແລະ ລະບົບການບໍລິການທີ່ໂລ່ງລ່ຽນ, ວ່ອງໄວ, ປອດໄພ, ມີປະສິດ ທິພາບຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ໃນຄັ້ງນີ້ ໃຫ້ເປັນຂີດໝາຍສຳຄັນ ໃນການຫລຸດຕົ້ນທຶນໃນການຂົນສົ່ງ ແລະ ເພີ່ມຄວາມສາມາດແຂ່ງຂັນ ແລະ ສັກກະຍະພາບທາງດ້ານການຄ້າ ແລະ ການຂົນສົ່ງ, ພ້ອມທັງດຶງດູດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດເຂົ້າມາທໍາການຜະລິດ, ດຳເນີນການຄ້າກໍ່ຄືການບໍລິການຂົນສົ່ງໂລຈີສຕິກ ປະກອບສ່ວນສຳຄັນໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວໃຫ້ຈະເລີນເຕີບໂຕໄວຂຶ້ນ.

ຂ່າວ: ສົມຫວັງ
ພາບ: ຂັນໄຊ