ປະຊາຊົນບ້ານນານ້ອຍ ເມືອງອາດສະພອນ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານໄພໜາວ
ໃນວັນທີວັນທີ 28 ພະຈິກ 2021 ຜ່ານມາຢູ່ທີ່ບ້ານນານ້ອຍ, ເມືອງອາດສະພອນ, ແຂວງສະຫວັນນະເຂດ ໄດ້ມີບັນດາຄອບຄົວນັກທຸລະກິດຫຼາຍພາກສ່ວນຈາກນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດໄດ້ຮ່ວມແຮງ, ຮ່ວມໃຈກັນປະກອບສ່ວນເຄື່ອງຊ່ວຍເຫຼືອຕ້ານໄພໜາວປະເພດ ຜ້າຫົ່ມ ແລະ ເຄື່ອງອຸປະໂພກ, ບໍລິໂພກປະເພດອື່ນໆ
ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນບ້ານນານ້ອຍ ຈຳນວນ 195 ຄົວເຮືອນ, ມີພົນລະເມືອງ 1,076 ຄົນ, ຍິງ 471 ຄົນ ເປັນບ້ານທຸກຍາກ ແລະ ເປັນເຂດຫ່າງໄກສອກຫຼີກຂອງເມືອງ, ໂດຍເປັນການແຜ່ເມດຕາທຳຂອງ ພຣະອາຈານ ສີທົນ ທີ່ໄດ້ລະດົມທຶນຮອນປະກອບສ່ວນຈາກນັກທຸລະກິດພາຍໃນນນະຄອນໄກສອນພົມວິຫານ ລວມເປັນມູນຄ່າທັງໝົດ 35 ລ້ານກີບ.
ໃຫ້ກຽດຕ້ອນຮັບ ແລະ ນຳພາໃນການເດີນທາງມອບເຄື່ອງໃນຄັ້ງນີ້ໂດຍ ທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນ ພ້ອມດ້ວຍຄະນະ, ບັນດາຄອບຄົວນັກທຸລະກິດຈາກນະຄອນໄກສອນພົມວິຫານ ແລະ ໂອກາດດັ່ງກ່າວທ່ານເຈົ້າເມືອງອາດສະພອນ ຍັງໄດ້ຕາງໜ້າປະຊາຊົນຊາວບ້ານນານ້ອຍໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈມາຍັງ ພຣະອາຈານ ສີທົນ ພ້ອມທັງຄະນະບັນດານັກທຸລະກິດພາກສ່ວນຕ່າງໆຈາກນະຄອນໄກສອນ ພົມວິຫານທີ່ໄດ້ຮ່ວມແຮງຮ່ວມໃຈກັນປະກອບສ່ວນເຄື່ອງຊ່ວຍເຫຼືອໃນຄັ້ງນີ້ນຳອີກ.
ຂ່າວ: ຫ້ອງການ ຖວທ ເມືອງອາດສະພອນ