ແມ່ຮັກລູກຮັກດ້ວຍໃຈ ຮັກໄປບໍ່ໄດ້ຫວັງຜົນຕອບແທນ ແມ່ນວ່າລູກກະທຳຜິດ ກໍບໍ່ຄິດໂກດແຄ້ນ ຍັງຫ່ວງແຫນທຸກເວລາ ເມື່ອກິນຊິ້ນປາກກໍຄະນິງຫາ
ອຸ່ນໃດຈະອຸ່ນກວ່າອົກແມ່ ຮັກແທ້ຄືຮັກຂອງແມ່ເຮົາ ຮັກບໍ່ມີວັນເສົ້າບໍ່ມີວັນຢຸດ
ຍາມເມື່ອໄກແມ່ອາໄລຫາ ຍາມລູກທຸກແມ່ກໍກ່ອມອຸລາ ຍາມຈົນແມ່ດິ້ນດົນຊອກຫາຄວ້າມາ ຫວັງພຽງຫລ້າມີສຸກມານດາທຸກຍ້ອມທຳ
ເງິນແມ່ໝົດອົດອອມຖະນອມໄວ້ ໃຫ້ລູກຈ່າຍເມື່ອຕ້ອງການ ຮັກແມ່ຮັກຍາວນານ ຕະຫຼອດການຮັກບໍຈາງ ຢືນຢູ່ຂ້າງລູກຕະຫຼອດເວລາ ບໍ່ວ່າສຸກທຸກ
ຢ່າລືມກົດຫົວໃຈ ❤️ ໃຫ້ແມ່ ກົດແຊຣ໌ໃຫ້ແມ່..🧑🍼🤰👪🥺🥰💪✌️

Cr: Unlock English