ສະຖານະການ ໂຄວິດປະຈຳວັນວັນທີ 07 /12/2021 ນີ້ . ທິມເເພດຫລືນັກຊຸດຂາວ ສາມາດຮັກສາ ຜູ້ຕິດເຊື້ອຫາຍດີ ໄດ້ກັບບ້ານແມ່ນ 664 ຄົນ. ໃນນັ້ນຕິດເຊື້ອໃຫມ່ 1.378 ຄົນ ມີຜູ້ຕິດເຊື້ອສະສົມ 82.082 ຄົນ,. ເສັຍຊີວິດໃຫມ່ 4 ຄົນ, ເສຍຊີວິດສະສົມ 214 ຄົນ
ເຖິງປົວຫາຍດີເຖີງ 664 ຄົນ ກໍ່ຍັງບໍ່ດີປານໃດ ເພາະຍອດຜູ້ຕິດເຊື້ອໃຫມ່ແມ່ນ ເພີ່ມເຖິງ 1.378 ຄົນ . ຮູ້ໄດ້ຊັດເຈນວ່າ ຕິດເພີ່ມສູງກວ່າ ປົວຫາຍດີ,ຖ້າເປັນແບບນີ້ ໄປວັນໆ ແນ່ນອນແລ້ວ ໂພງຫມໍ ຫລື ຕຽງນອນຮັກສາຜູ້ຕິດເຊື້ອອາດຈະບໍ່ພໍ ຫລື ຄົນຕິດເຊື້ອລົ້ນໂຮງຫມໍ.
ສະນັ້ນ ທຸກຄົນຈົ່ງຊ່ວຍກັນຮ່ວມມືກັນແທ້ໆ ແລະ ຕ້ອງປະຕິບັດຕາມຄຳແນະນຳຂອງຂັ້ນເທິງງ ເພື່ອໄລ່ຕ້ານເຊື້ອໂຄວິດ ນີ້ ອອກຈາກປະເທດລາວໃຫ້ຫມົດໄປ.