ຫລາຍພາກສ່ວນ ສືບຕໍ່ມອບເງິນ ແລະ ເຄື່ອງຊ່ວຍເຫລືອ ຕ້ານໂຄວິດ-19ຂປລ.

ໃນວັນທີ 7 ພຶດສະພາ 2021 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ສືບຕໍ່ຮັບເຄື່ອງຊ່ວຍເຫລືອຈາກຫລາຍພາກສ່ວນ ເພື່ອປະກອບ ສ່ວນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນນັ້ນ ປະກອບມີ ບໍລິສັດ ແພນອອສ໌ ແລະ ພູເບ້ຍມາຍນິງ ສະໜັບສະໜູນວັກຊີນ ຕ້ານໂຄວິດ-19 ຈຳນວນ 30 ພັນໂດສ໌, ສະພາການຄ້າຫູນານ ປະຈຳ ສປປ ລາວ ມອບເງິນສົດ ແລະ ອຸປະກອນການແພດ ລວມມູນຄ່າ 400 ກວ່າລ້ານກີບ, ບໍລິສັດຄູໂບຕາລາວ ຈຳກັດຜູ້ດຽວມອບເງິນ 1 ແສນບາດ, ທະນາຄານຮ່ວມພັດທະ ນາ(JDB) ມອບເງິນ ຈຳນວນ 2,5 ຕື້ກີບ ແລະ ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ມອບຜ້າອັດປາກ-ດັງ ຈຳນວນ 175 ກັບ, ເຈວລ້າງມື 48 ກ່ອງ, ເຫລົ້າ 75 ອົງສາຈຳນວນ 45 ລິດ ແລະ ນ້ຳດື່ມໄອເດັຍລີ 44 ແກັດ ລວມມູນຄ່າ ທັງໝົດ 14 ລ້ານກີບ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວສະແດງຄວາມຄອບໃຈມາຍັງບໍລິສັດດັ່ງກ່າວ, ທີ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫລືອໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ,

ພ້ອມທັງ ຢືນຢັນວ່າ ຈະນຳເອົາເງິນ ແລະ ອຸປະກອນການແພດທີ່ໄດ້ຮັບໃນຄັ້ງນີ້, ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ທີ່ພວມແຜ່ລະບາດ ຢູ່ ສປປ ລາວ ໃຫ້ຫລຸດລົງ ແລະ ກັບຄືນສູ່ສະພາບປົກກະຕິ ໂດຍໄວ.

ໂອກາດດຽວກັນ, ບໍລິສັດຫົວເຫວີຍ ເທັກໂນໂລຍີ (ລາວ) ຈຳກັດ ຜູ້ດຽວ ກໍໄດ້ມອບອຸປະກອນເອເລັກໂຕນິກທາງໄກ ລວມມູນຄ່າ 350 ລ້ານກີບ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຕື່ມອີກ.

ຂ່າວ: ທະນູທອງພາບ: ອ່າຍຄຳ
