ຊົມເຊີຍ ມິດຕະພາບລາວໄທ ໝັ້ນຍືນ

👏 👏 ມິດຕະພາບລາວໄທ ໝັ້ນຍືນ ! 🇱🇦 🇹🇭 ສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ສົ່ງມອບເງິນ ແລະ ອຸປະກອນທາງການແພດ ຈາກລັດຖະບານແຫ່ງຣາຊະອານາຈັກໄທ, ພາກເອກະຊົນໄທ ແລະ ປະຊາຊົນໄທ ລວມມູນຄ່າກວ່າ 16 ລ້ານບາດ ແກ່ ລັດຖະບານແຫ່ງ ສປປ ລາວ ເພື່ອສະຫນັບສະຫນູນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19.

ໃນວັນທີ 7 ພຶດສະພາ 2021 ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນຜູ້ຕາງຫນ້າລັດຖະບານໄທ ແລະ ຊາວໄທ ໃນການສົ່ງມອບເງິນຊ່ວຍເຫຼືອ ພ້ອມທັງອຸປະກອນທາງການແພດເພື່ອສະຫນັບສະຫນູນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໂດຍມີ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຮອງຫົວຫນ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ເປັນຜູ້ຕາງຫນ້າຮັບມອບ ທີ່ ກະຊວງສາທາລະນະສຸກ ສປປ ລາວ.

ການໃຫ້ຄວາມຊ່ວຍເຫຼືອແກ່ ສປປ ລາວ ໃນຄັ້ງນີ້ ເປັນການຮ່ວມແຮງຮ່ວມໃຈຈາກທຸກພາກສ່ວນຂອງໄທ ແບ່ງອອກເປັນ :

1. ລັດຖະບານໄທ ໃຫ້ການສະຫນັບສະຫນູນເງິນ ແລະ ອຸປະກອນທາງການແພດ ມູນຄ່າລວມ 12,880,000 ບາດ ຫຼື ປະມານ 4,175 ລ້ານກີບ ໂດຍໃນວັນທີ 7 ພຶດສະພາ 2021 ໄດ້ມອບເງິນຊ່ວຍເຫຼືອພ້ອມອຸປະກອນທາງການແພດ ມູນຄ່າ 4,300,000 ບາດ ປະກອບດ້ວຍ : (1) ເງິນສົດ ຈຳນວນ 2,000,000 ບາດ, (2) ຕຽງຄົນເຈັບ ຈໍານວນ 180 ຕຽງ, (3) ຫນ້າກາກອະນາໄມ ຈໍານວນ 50,000 ອັນ,(4) ຊຸດອຸປະກອນປ້ອງກັນຮ່າງກາຍສ່ວນບຸກຄົນ (Personal Protective Equipment: PPE) ພ້ອມອຸປະກອນປ້ອງກັນອື່ນໆ ຈຳນວນ 2,370 ອັນ, (5) ຕູ້ຄວາມດັນບວກສຳລັບການກວດເຊື້ອເຄື່ອນທີ່ ຈຳນວນ 6 ຕູ້ ສຳລັບໂຮງຫມໍແຂວງ ບໍ່ແກ້ວ.

2.ນອກຈາກນີ້ ພາຍໃນເດືອນພຶດສະພາ 2021 ລັດຖະບານໄທຈະໄດ້ຈັດສົ່ງອຸປະກອນທາງການແພດເພີ່ມເຕີມອີກ ມູນຄ່າ 8,580,000 ບາດ ປະກອບດ້ວຍ : (1) ຊຸດ PPE ຈຳນວນ 2,000 ຊຸດ, (2) ໂຄງການເພຶ່ມຂີດຄວາມສາມາດໃນການກວດເຊື້ອໂຄວິດ 19 ສຳລັບໂຮງຫມໍແຂວງບໍ່ແກ້ວ ແລະ ໂຮງຫມໍແຂວງໄຊຍະບູລີ ໂດຍຕິດຕັ້ງເຄື່ອງກວດຫາເຊື້ອແບບ RT-PCR ພ້ອມເຄື່ອງມື ແລະ DNA/RNA Extract ພ້ອມຊຸດກວດໂຄວິດ 19 ຈຳນວນ 2,500 ຊຸດ, (3) ໃຫ້ການສະຫນັບສະຫນູນອຸປະກອນທາງການແພດ ສຳລັບໂຮງຫມໍແຂວງສະຫວັນນະເຂດ ເຊັ່ນ : ເຄື່ອງກະຕຸ້ນຫົວໃຈໄຟຟ້າ ຊະນິດອັດຕະໂນມັດ (Automated External Defibrillator: AED, ເຄື່ອງຕິດຕາມສັນຍານຊີບ (Patient Monitoring Machine), ເທີໂມມິເຕີ້ ຊິນິດອິນຟຣາເຣດ (Infrared Thermometer), ຊຸດປັບແຮງດັນອອກຊີເຈນ (Oxygen Regulator) ແລະ ເຄື່ອງແທກອອກຊີເຈນ (Pulse Oximeter), (4) ຈັດເຮັດໂຄງການຄຳປຶກສາທາງການແພດອອນໄລ ເພື່ອສົ່ງເສີມປະສິດທິພາບໃນການກວດຫາເຊື້ອ ແລະ ສົ່ງເສີມການຮ່ວມມືລະຫວ່າງໄທ-ລາວ ທັງໃນ ນະຄອນຫຼວງວຽງຈັນ ແລະ ແຂວງທີ່ຕັ້ງຢູ່ໃນບໍລິເວນຊາຍແດນໄທ-ລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19.

3.ສະມາຄົມໄທ-ລາວ ເພື່ອມິດຕະພາບ ສະຫນັບສະຫນູນຊຸດ PPE ຈຳນວນ 500 ຊຸດ ແລະຫນ້າກາກ N95 ຈຳນວນ 480 ອັນ ມູນຄ່າລວມ 100,000 ບາດ ໂດຍມອບຜ່ານສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດໄທ.

4.ສະຖານເອກອັກຄະຣາຊະທູດໄທ ທີ່ ນະຄອນຫຼວງວຽງຈັນ ແລະ ທີມປະເທດໄທ ເປັນສື່ກາງຮ່ວມກັບສະມາຄົມນັກທຸລະກິດໄທ ໃນ ສປປ ລາວ, ສະພາທຸລະກິດໄທ-ລາວ, ພາກເອກະຊົນໄທພ້ອມທັງປະຊາຊົນຊາວໄທທີ່ອາໄສຢູ່ໃນ ສປປ ລາວ ໃນການລະດົມເງິນ ແລະ ອຸປະກອນທາງການແພດທີ່ຈຳເປັນ ລວມມູນຄ່າປະມານ 3,460,000 ບາດ ຫຼື ປະມານ 1,000 ລ້ານກີບ ເຊິ່ງຈະມອບໃຫ້ແກ່ລັດຖະບານ ສປປ ລາວ ໃນວັນທີ 12 ພຶດສະພາ 2021 ນີ້.

ການມອບເງິນແລະ ອຸປະກອນທາງການແພດທັງຈາກລັດຖະບານ, ພາກເອກະຊົນ ແລະ ພາກປະຊາຊົນ ເປັນການສະແດງເຖິງໄມຕີຈິດ ແລະ ຄວາມຫ່ວງໃຍຈາກພີ່ນ້ອງປະຊາຊົນໄທ ຕໍ່ ພີ່ນ້ອງປະຊາຊົນ ສປປ ລາວ ແລະ ຕອກຍ້ຳວ່າ ທຸກພາກສ່ວນຂອງໄທພ້ອມທີ່ຈະສະຫນັບສະຫນູນ ແລະ ດຳເນີນການຮ່ວມກັບ ສປປ ລາວ ໃນຖານະປະເທດເພື່ອນບ້ານໃກ້ຊິດທີ່ມີສາຍພົວພັນພິເສດໃນການຕໍ່ສູ້ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໃນຄັ້ງນີ້.