ປ້າ Bounleua Kiatikhema ໃຈດີ ຕາງໜ້າໃຫ້ MissionEnfance ມອບນ້ຳໃຈໃຫ້ກັບນັກຮຽນ ທີ່ຫ່າງໄກຈາກ ຄອບຄົວ ທີ່ຂາດອາຫານການກີນ ໃນຊ່ວງລ໊ອກດາວ ໃຫ້ກັບ 2ວິທະຍາໄລ

1 ວິທະຍາໄລເຕັກນິກ ແຂວງຈຳປາສັກ ມີນັກຮຽນຕິດຄ້າງໃນຫໍພັກ 105ຄົນ ເຂົ້າສານ 10ເປົາ (50ກລ), ປາກະປອງ 22 ແພກ, ໝີ່ 20 ແກດ, ໄຂ່ໄກ່ 18ແຕະ2 ວິທະຍາໄລເຕັກນິກກະສິກຳ ແຂວງຈຳປາສັກ ມີນັກຮຽນ ຕິດຄ້າງໃນຫໍພັກ ປະມານ 20ຄົນ ເຂົ້າສານ 2ເປົາ, ໝີ່ໄວໆ 3 ແກດ, ໄຂ່ໄກ່ 2ແຕະ ເງີນສົດ 200.000

ນອກນີ້ຍັງຈະສືບຕໍ່ມອບໃຫ້ກັບ ວິທະຍາໄລການເງິນພາກໄຕ້ ອີກ ໃນຄັ້ງຕໍ່ໄປ ເປັນຫຍັງປ້າຈີ່ງໄດ້ຮັບເງີນຊ່ວຍເຫຼືອດັ່ງກ່າວ?


ເມື່ອວັນທີ 4 ປ້າໄດ້ຮັບໂທລະສັບຈາກ ໂຄງການ Mission Enfance (ທີ່ໃຫ້ທືນສ້າງໂຮງຮຽນ ໃຫ້ກັບໂຮງຮຽນຫ່າງໄກ ໃນແຂວງຈຳປາສັກ ສ້າງມາແລ້ວກວ່າ 25ຫຼັງ) ເພີ່ນຈິ່ງຖາມປ້າກ່ຽວກັບ ສະຖານະການໂຄວີດ

ປ້າຕອບວ່າ ໂຄວິດບໍ່ອັນຕະລາຍຫລາຍ ແຕ່ການຢຸດສະງັດເຮັດໃຫ້ຜູ້ຄົນອຶດຫີວຫລາຍ …. ເພີ່ນຈິ່ງມອບເງີນຈຳນວນຫນຶ່ງຜ່ານມາທາງປ້າເພື່ອຊ່ວຍ ເຫຼືອຜູ້ລຳບາກດັ່ງ

ນອກຈາກນັ້ນ ປ້າຍັງໄດ້ຕິດຕາມ ທ່ານອຳນວຍການວິທະຍາໄລ ເພື່ອໄປເບິ່ງໜອງປາທີ່ນັກຮຽນໄປຕຶກເບັດ ໃນແຕ່ລະແລງ ມາເປັນເປັນອາຫານທ່ານ ອຳນວຍການຍັງໄດ້ຝາກມາວ່າ ຮອດຍາມລະດູປ່ອຍປາ ຖ້າປະຊາຊົນ ນັກທະລະກິດ ທ່ານໄດ ຫາກມີເງື່ອນໄຂ ສາມາດນຳປາມາປ່ອຍໄດ້ ເພື່ອເປັນອາຫານໃຫ້ກັບນ້ອງນັກຮຽນໃນລະດູທັດໄປ.

ເຖິງຈະບໍ່ແມ່ນເງິນຂອງປ້າກໍ່ຕາມ ແຕ່ຍ້ອນຄວາມເຊື່ອຖື ນ້ຳໃຈ ເຊື່ອຖືໃນຕົວຂອງປ້າ ຈິ່ງມີຜູ້ກ້າຍື່ນມືມາຊ່ວຍໃຫ້ເຖີງມືລູກຫລານເຮົາ.ຂໍຂອບໃຈ ນ້ຳໃຈຂອງທຸກຄົນ ທີ່ອາສາຊ່ວຍກັນຍາມບ້ານເມືອງລຳບາກ