ອ່ານເບິ່ງດວງລາຍວັນ ປະຈຳວັນທີ 08 ພຶດສະພາ 2021 ການງານ-ການເງິນ-ຄວາມຮັກ

ວັນຈັນ.

ການ​ງານ ຮູ້ສຶກ​ເມື່ອຍ​ ແລະ​ເບື່ອ​ທີ່​ຕ້ອງ​ພົບ​ເຈີ​ອຸປະສັກ​ຕ່າງ​ໆ​ ໃນ​ສະພາ​ວະ​ແວດ​ລ້ອມ​ການ​ເຮັດ​ວຽກງານ​ ຈຶ່ງ​ຢາກ​ມີ​ອິດສະຫລະ​ ຫລື​ຢາກ​ກ້າວ​ໜ້າ​ກວ່າ​ທີ່​ເປັນ​ຢູ່​

ການ​ເງິນ ບໍລິຫານ​ລາຍ​ຮັບ​ລາຍ​ຈ່າຍ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ ແລະ​ວາງ​ແຜນ​ການ​ໃຊ້​ຈ່າຍ​ໄດ້​ດີ​

ຄວາມ​ຮັກ​ ຖ້າຈະ​ໄດ້​ພົບ​​ໃຜ​ທີ່​ຈະ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ຢູ່ໃນ​ເກນ​ຜິວ​ສອງ​ສີ​ ທ່ານ​ເປັນ​ຄົນ​ໃຈ​ຮ້ອນ​ ມີ​ສະເນ່ ເວົ້າ​ຈາ​ດີ​

ວັນອັງຄານ

ການ​ງານ ການ​ເຈລະຈາ​ຕໍ່​ລອງ​ທາງ​ດ້ານ​ການ​ງານ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ ຫລື​ສາມາດ​ສ້າງ​ຜົນ​ງານ​ໄດ້​ເປັນ​ຢ່າງ​ດີ​

ການ​ເງິນ ດ້ວຍ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ທ່ານ​ກໍ​ຈະ​ສາມາດ​ຫາ​ເງີນ​ເຂົ້າ​ມາ​ເພິ່ມເຕິມ​ໄດ້​ ເຖິ່ງຈະ​ຊ້າ​ໜ້ອຍໜື່ງ

ຄວາມ​ຮັກ ຄວາມ​ສຳພັນ​ຕ້ອງ​ປະ​ຄັບ​ປະ​ຄອງ​ກັນ​ໄປ​ໃນ​ຊ່ວງ​ນີ້​ ຕ້ອງ​ໃຫ້​ເວລາ​ ແລະ​ໃຊ້​ຄວາມ​ເຂົ້າໃຈ​ຊຶ່ງ​ກັນ​ແລະ​ກັນ​ກໍ​ຈະ​ສົ່ງ​ຜົນ​ດີີ​ຕໍ່​ຄວາມ​ສຳພັນ​ໄດ້​ນັ້ນ​ເອງ​

ວັນພຸດ

ການ​ງານ ຈະ​ເຮັດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ມີ​ແຕ່​ຄວາມ​ສຳ​ເລັດ​ ຈະ​ຈັບ​ສິ່ງ​ໃດ​ກໍ​ເປັນ​ເງີນ​ເປັນ​ທອງໄປ​ທຸກ​ຢ່າງ​ ປະ​ສົບ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ໂຊກ​ດີ​

ການ​ເງິນ ໝຸນ​ຫາ​ໃຊ້​ຈ່າຍ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ແມ່ນ​ຕ້ອງ​ພົບ​​ອຸປະສັກ​ຫລື​ຄວາມ​ກົດ​ດັນ​ຕ່າງ​ໆ​ ກໍ​ຈະ​ເຮັດໃຫ້​ໄດ້ຮັບ​ປະສົບການ​ ແລະ​ສາມາດ​ທີ່​ຈະ​ນຳ​ພາ​ຕົນເອງ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​​

ຄວາມ​ຮັກ ຈະ​ພົບ​ຄົົນທີ່​ມີ​ຄວາມ​ສ້າງສັນ​ ເກັ່ງ​ ມີ​ຄວາມ​ສາມາດ​ ທ່ານ​ກ້າ​ທີ່​ຈະ​ປ່ຽນ​ແປງ​ ເປັນ​ຄົນ​ນິ​ໄສ​ດີ​ ມີ​ເຫດຜົນ​

ວັນພະຫັດ

ການ​ງານ ເມື່ອ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໃຈ​ຮັກ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ ແລະ​ມີ​ຄວາມ​ກ້າວ​ໜ້າ​ໃນດ້ານການ​ງານ​ດີ​ຂຶ້ນ​ ແຕ່​ກໍ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ໃຫ້​ຫລາຍ

ການ​ເງິນ ມີ​ແຕ່​ເລື່ອງ​ຈ່າຍ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ທີ່​ຈະ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ຕ້ອງ​ລະ​ມັດ​ລະ​ວັງ​ການ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ​ຈຶ່ງ​ຈະ​ດີ​

ຄວາມ​ຮັກ ຈະ​ໄດ້​ພົບ​ຄົນ​ສະຫລຽວ​ສະຫລາດ​ ຊ່າງ​ເວົ້າ​ ອາ​ຍຸ​ນ້ອຍ​ກວ່າ​ ໝັ່ນໃຈ​ໃນ​ຕົນເອງ​ທີ່​ຈະ​ໄດ້​ພົບ​ກັນ​ໃນ​ຊ່ວງ​ນີ້​

ວັນສຸກ

ການ​ງານ ຄວາມ​ສະຫລາດ​ ແລະ​ຄວາມ​ພະຍາຍາມ​ຈະ​ນຳ​ພາ​ໂອ​ກາດ​ ແລະ​ຊື່​ສຽງ​ຄວາມ​ສຳ​ເລັດ​ມາສູ່​ຕົນເອງ​ ມີ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ການ​ງານ​ຢ່າງ​ກ້າວ​ກະ​ໂດດ​ກໍ​ເປັນ​ໄປ​ໄດ້​

ການ​ເງິນ ຕ້ອງ​ລະ​ວັງ​ ແລະ​ຄວບ​ຄຸມ​ຄ່າ​ໃຊ້​ຈ່າຍ​ໃຫ້​ດີກວ່າ​ນີ້​ ບໍ່​ສາມາດ​ບໍລິຫານ​ການ​ໃຊ້​ຈ່າຍ​ໄດ້​​ດີ

ຄວາມ​ຮັກ ​ ຍັງ​ບໍ່​ລົງ​ຕົວ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ເພາະໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ລະຫວ່າງ​ກັນ​ນັ້ນ​ເອງ​

ວັນເສົາ

ການ​ງານ ຊ່ວງ​ນີ້​ໃຫ້​ເຮັດ​ຫລາຍກວ່າ​ເວົ້າ​ ຫລື​ຢູ່​ນິ່ງ​ໆ​ແບບ​ສຸ​ຂຸມ​ອ້ອມ​ຄອບ​ ເຮັດວຽກ​ທີ່​ຢ່າງ​ເຕັມ​ທີ່​ຈະ​ເຮັດໃຫ້​ມີ​ຄວາມ​ໂຊ​ກດີ​ເລື່ອງ​ຄວາມ​ສຳ​ເລັດ​

ການ​ເງິນ ໃຊ້​ຄວາມ​ປະ​ຫຢັດ​ແບບ​ນີ້​ກໍ​ດີ​ຢູ່​ແລ້ວ​ ຈະ​ເຮັດໃຫ້​ມີ​ເງີນ​ພໍ​ໃຊ້​ຈ່າຍ​ ແລະ​ຍັງ​ພໍ​ມີ​ເງີນ​ເຫຼືອ​ເກັບ​

ຄວາມ​ຮັກ ຖ້າຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ທ່ານ​ເປັນ​ຄົນ​ສະຫລຽວ​ສະຫລາດ​ ດ້ວຍ​ບຸນ​ເກົ່າ​ນຳ​ພາ​ໃຫ້​ໄດ້​ພົບ​​ກັນ​ຢ່າງ​ເປັນ​ໂຊກ​

ວັນອາທິດ

ການ​ງານ ໃນ​ເລື່ອງ​ຂອງ​ເອກະສານ​ສັນຍາ​ຕ້ອງ​ກວດ​ກາ​ເບິ່ງ​ໃຫ້​ຖີ່ຖ້ວນ​ ເພາະ​ມີ​ຄວາມ​​ຊ້າ​ ຕ້ອງ​ແກ້​ໄຂ​ໃນ​ບາງ​ເທັກ​ນິກ​

ການ​ເງິນ ລາຍ​ຈ່າຍ​ຍັງມີ​ຢູ່​ ເພາະ​ພາລະ​ຕ່າງ​ໆ​ ມີ​ຫຼາຍ​ ແລະ​ຕ້ອງ​ຈ່າຍ​ເພື່ອ​ດູແລຮັກສາ​ສຸກຂະພາບ​ຂອງ​ຕົນເອງ​ນໍາ​

ຄວາມ​ຮັກ ຂ່າວ​ຄາວ​ດ້ານ​ຄວາມ​ຮັກ​ເຮັດໃຫ້​ທ່ານ​ຮູ້ສຶກ​ຕື່ນ​ເຕັ້ນ​ ມີ​ຄວາມ​ຫວັງ​ ມີ​ຄວາມ​ຕື່ນ​ເຕັ້ນ​ພົບ​ຄວາມ​ສຸກ​ໃຈ​

Related Posts

Leave a Reply

Your email address will not be published. Required fields are marked *