ຄົນບັນເທິງຊາວມົ້ງ ໃນພາລະກິດຊ່ວຍສັງຄົມ ພວກເຮົາຈະຜ່ານຊ່ວງນີ້ໄປດ້ວຍກັນ

ຄືທີ່ຮູ້ກັນດີ ຊ່ວງນີ້ໃຜກໍ່ເດືອດຮ້ອນໄປໝົດຍ້ອນປະເທດເຮົາໄດ້ຮັບຜົນກະທົບຈາກພະຍາດລະບາດ ໂຄວິດ-19 ເຊິ່ງເດີມມັນລຳບາກຢູ່ແລ້ວ ຍັງມາລະບາດຮອບສອງຍິ່ງເຮັດໃຫ້ລາຍໄດ້ຂາດຫາຍ.

ຕອນນີ້ຍິ່ງລັອກດາວຍາວນານເປັນເດືອນ ແລະຍັງບໍ່ຮູ້ຮອດທີ 20 ພຶດສະພາພວກເຮົາຈະໄດ້ໄປໃຊ້ຊີວິດປົກກະຕິຫຼືບໍ ດ້ວຍເຫດຜົນນີ້ຜູ້ທີ່ພໍມີແດ່ກໍ່ບິແບ່ງໃຫ້ຜູ້ທີ່ມີໜ້ອຍກວ່າ ເພື່ອພວກເຮົາຈະໄດ້ກ້າວຂ້າມຊ່ວງເວລາລຳບາກນີ້ໄປດ້ວຍກັນ.

ໃນທ່າມກາງຄວາມລຳບາກຈາກບັນຫາພະຍາດລະບາດ ຢ່າງໜ້ອຍ ພວກເຮົາຍັງແນມເຫັນມຸມດີໆຂອງເພື່ອນຮ່ວມຊາດ ທີ່ບໍ່ຖີ້ມກັນເຖິງຈະບໍ່ມີຫຼາຍກໍ່ຊ່ວຍກັນຕາມກຳລັງຊັບ.

ໃນນັ້ນມີທັງສາວງາມ ໄມທໍ່  ແລະບ່າວສຸວິນ ວ່າງ ເຊິ່ງເປັນນັກຮ້ອງ, ນັກສະແດງຊາວມົ້ງ ແລະໝູ່ເພື່ອນຂອງເພິ່ນໄດ້ລະດົມງົບຊ່ວຍກັນຄົນລະໜ້ອຍເພື່ອຊື້ອາຫານການກິນໄປແຈກຢາຍໃຫ້ບັນດານັກສືກສາທີ່ຂາດເຂີນ ເນື່ອງຈາກທາງບ້ານບໍ່ສາມາດສົ່ງຫຍັງມາໃຫ້ໃນໄລຍະທີ່ປິດບ້ານປິດເມືອງຄືແນວນີ້.

ບ່າວສຸວິນຝາກບອກວ່າ ນ້ອງໆໃຜທີ່ຢູ່ຫໍພັກໃນ ເຂດດົງໂດກ ຫລື ນັກຮຽນນັກສຶກສາ ຜູ້ທີ່ຂາດເຂີນທາງດ້ານອາຫານການກິນມື້ອື່ນບ່າຍ 1 ໂມງ ສາມາດມາຮັບເຄື່ອງໄດ້ຢູ່ຫນ້າຫໍພັກໃນ (ມຊ)

ຂອບໃຈທີ່ແບ່ງປັນ ຕົວຢ່າງດີທີຊ່ວຍກັນໃນຍາມວິກິດ

ໜ້າຕາດີ ໃຈກວ້າງອີກຊົມເຊີຍເດີ້

Related Posts

Leave a Reply

Your email address will not be published. Required fields are marked *