ມາເບີ່ງລັກສະນະລະດັບຄວາມເຈົ້າຊູ້ ແລະ ຄວາມຈິງໃຈ ຂອງ ສາວໆ ແຕ່ລະວັນເກີດ ດັ່ງນີ້ :
1. ຜູ້ຍິງທີ່ເກີດວັນອາທິດ : ເກີດວັນນີ້ຈັດວ່າເປັນສາວສຳລານ ແລະ ຮັກສະນຸກ ມີດວງຄວາມເຈົ້າຊຸ້ພໍສົມຄວນ ມັກຈະມັກໜຸ່ມໆ ຢູ່ທີ່ຄວາມໂດດເດັ່ນ ຮ້ອນແຮງ ແລະ ສະດຸດຕາ ເຖີງວ່າອາດຈະມີບັນຫາ ຄວາມສຳພັນພາຍຫຼັງ ເຊີ່ງນັ້ນກໍບໍ່ແມ່ນເລື່ອງໃຫຍ່ສຳລັບລາວ ຈື່ງເຮັດສາວໆເກີດວັນນີ້ບໍ່ມັກຜູ້ຊາຍເຊີຍໆ ຖ້າວ່າຜູ້ຊາຍທີ່ເລືອກເຟ້ນ ຄົນທີ່ຍອມລາວໄດ້ ກໍມີແວວຈະໄປກັນໄດ້ຍາວໆ ເພາະເປັນຄົນປະເພດບໍ່ຍອມໃຜ ໃຈສູ້ ກ້າໄດ້ ກ້າເສຍ ຈື່ງມັກຜູ້ຊາຍປະເພດທີ່ທ້າທາຍ ແລະ ໜ້າຕື່ນເຕັ້ນ ຈື່ງຈະສາມາດເອົາຢູ່ໝັດ.

2. ຜູ້ຍິງທີ່ເກີດວັນຈັນ : ຈັດເປັນສາວໆທີ່ບໍ່ເຈົ້າຊູ້ຄືກັບວັນອາທິດ ແຕ່ຢູ່ໃນໂໝດເຈົ້າຊູ້ງຽບໆ ອາດໂຫ່ຍສະເໜ່ໃສ່ຜູ້ຊາຍ ດ້ວຍຄວາມສະຫຼາດ ຮອບຮູ້ ແລະ ມີມະນຸດສຳພັນທີ່ດີ ແຕ່ຖ້າເມື່ອຍາມມີແຟນ ຈະຈິງຈັງ ແລະ ຈິງໃຈ ຂ້ອນຂ້າງເອົາແຕ່ໃຈບໍ່ນ້ອຍເລີຍລະ ເປັນຍິງສາວທີ່ຂີ້ດື້ ແຕ່ງຽບໆ ແຕ່ຮັກແທ້ມັກຈະເກີດຂື້ນກັບຄວາມບໍ່ເຂົ້າຄູ່ກັນ

3. ຜູ້ຍິງທີ່ເກີດວັນອັງຄານ : ສະເໜ່ຜູ້ຍິງທີ່ເກີດວັນອັງຄານ ມັກເປັນທີ່ໝາຍປອງຂອງເພດກົງກັນຂ້າມ ມັກຈະໄດ້ຮັບຄວາມສົນໃຈຈາກໜຸ່ມໆ ທີ່ຈະມັກແອບເບີ່ງລາວຢູ່ສະເໝີ ຈື່ງຈັດເປັນຜູ້ຍິງເຈົ້າຊູ້ພຽງອາລົມ ເພາະເວລາພົບຄົນໜ້າຕາດີ ຫຼໍ່ ຈະອອກອາການ ກະດີ້ກະດ້າ ແຕ່ກໍບໍ່ມີຫຍັງທີ່ຫຼາຍກວ່ານັ້ນຄືກັບຜູ້ຍິງທິ່ຄັ້ງໄຄ່ໃນນັກຮ້ອງແລະດາລາ ຢ່າງອອກໜ້າອອກຕາ ແຕ່ເມື່ອໄດ້ຮັກໃຜແລ້ວ ຜູ້ຊາຍຄົນນັ້ນຈະກາຍເປັນຄົນທີ່ໜ້າອິດສາ ເພາະຈະເປັນຄົນດູແລເອົາໃຈໃສ່ຄົນຮັກເປັນຢ່າງດີ ອາດມີໂລກແມນຕິກເລັກໆນ້ອຍໆ ເພາະເປັນຄົນຮັກຈິງຫວັງແຕ່ງ ແຕ່ຂໍ້ເສຍຂອງຜູ້ຍິງທີ່ເກີດວັນອັງຄານ ກໍຄື ຫາກເຮັດຜິດ ມັກຈະບໍ່ຂໍໂທດ ແລະ ເລືອກທີ່ຈະນີ້ງເສີຍ.

4. ຜູ້ຍິງທີ່ເກີດວັນພຸດ : ຜູ້ຍິງທີ່ເກີດວັນພຸດ ມັກມີຄວາມສຳພັນ ແບບເລິກຊື້ງ ຈື່ງຈັດເປັນຜູ້ຍີງທີ່ເຈົ້າຊູ້ນ້ອຍ ແຕ່ຈະອອກແນວຊ່າງເລືອກຫຼາຍ ເພາະພື້ນດວງ ເປັນຄົນໄຕ່ຕອງຢ່າງລະອຽດ ຜູ້ຊາຍຕ້ອງໝັ້ນໃຈ ເມື່ອຄິດຈະຄວງຜູ້ຍິງທີ່ເກີດວັນພຸດນີ້ ສະເໜ່ຂອງຜູ້ຍິງເກີດວັນນີ້ຢູ່ທີ່ຄາລົມ ແລະ ນຳສຽງ ທີ່ຈະເຮັດໃຫ້ຜູ້ຊາຍຫຼົງໄຫຼຄັ່ງໄຄ່ໄດ້ເປັນຢ່າງດີ ເຖີງຈະເປັນຄົນຊ່າງເວົ້າວ່າ ແຕ່ກໍຈະບໍ່ເວົ້າທຸກຢ່າງ ແລະ ຮູ້ດີວ່າ ເລື່ອງໃດດີຕໍ່ຕົວເອງ ແລະ ອີກຝ່າຍ ເປັນຄົນມັກອິດສະຫຼະ ແລະ ສະນຸກສະໜານບໍ່ນ້ອຍເລີຍລະ ຖ້າຜູ້ຊາຍຄົນໃດ ແຕ່ງຕົວ ເບີ່ງດູດີຢ່າງດຽວ ແຕ່ສື່ສານກັບລາວບໍ່ຮູ້ເລື່ອງ ຈະຫຼຸດລະດັບຄວາມສົນໃຈຂອງຜູ້ຊາຍຄົນນັ້ນທັນທີ ສ່ວນຫຼາຍຄວາມຮັກຂອງຜູ້ຍິງເກີດວັນນີ້ມັກຈະເລີ່ມຈາກການເປັນໝູ່ໄປກ່ອນ

5. ຜູ້ຍິງທີ່ເກີດວັນພະຫັດ : ຜູ້ຊາຍຄົນໃດທີ່ໄດ້ເປັນຄູ່ກັບ ຜູ້ຍິງທີ່ເກີດວັນພະຫັດ ນັບເປັນວ່າໄດ້ເປັນແຟນທີ່ໜ້າພາກພູມໃຈ ເຖີງຈະເຂົ້າກັບຄົນງ່າຍ ແຕ່ບໍ່ໄດ້ງ່າຍຢ່າງທີ່ຄິດ ນອກຈາກຈະບໍ່ເຂົ້າຂ່າຍຄົນເຈົ້າຊູ້ແລ້ວ ຍັງຈັດໄດ້ວ່າເປັນຜູ້ຍິງທີ່ຈິງຈັງກັບຄວາມຮັກ ຮັກຄວາມຍຸດຕິທຳທີ່ສຸດ ມີສະຕິປັນຍາ ຖ້າໄດ້ມັກຜູ້ຊາຍຄົນໃດກໍຈະມັກຫຼາຍ ແຕ່ຖ້າຊັງກໍຊັງຮອດເງົາ ຖືວ່າຈັດເປັນຜູ້ຍິງທີ່ເບີ່ງໂລກໃນແງ່ດີ ເປີດໂອກາດໃຫ້ໜຸ່ມໆ ແຕ່ຖ້າຄົນຮັກເຮັດຜິດ ແລະ ຍັງເຮັດຜິດຊ້ຳໆ ກໍຈະຊັງທັນທີ ອຸປະນິໄສ ມັກຜູ້ຊາຍລຽບງ່າຍ ແຕ່ສ້າງສັນຫຼາຍກວ່າຜູ້ຊາຍເຮຮາປາຕີ້.

6. ຜູ້ຍິງທີ່ເກີດວັນສຸກ : ຈັດເປັນຜຸ້ຍິງທີ່ມັກສວຍງາມ ແລະ ເຈົ້າສຳອາງເປັນພິເສດ ມັກຜູ້ຊາຍທີ່ເບີ່ງແຍງຕົວເອງເປັນພິເສດ ບໍ່ມັກຄົນທີ່ບໍ່ໃສ່ໃຈດູເເລຕົວເອງ ມີຄວາມເຈົ້າຊູ້ເລັກນ້ອຍ ແຕ່ສະເພາະກັບຜູ້ຊາຍທີ່ມັກເບີ່ງແຍງດູແລຕົວເອງເທົ່ານັ້ນ ແຕ່ຖ້າໄດ້ຮັກໃຜແລ້ວ ກໍຈະດູແລເອົາໃຈໃສ່ເປັນຢ່າງດີເລີຍລະ.

7. ຜູ້ຍິງທີ່ເກີດວັນເສົາ : ເປັນຜູ້ຍິງທີ່ບໍ່ເດືອດຮ້ອນກັບຄວາມຮັກເທົ່າໃດຄືກັບຜູ້ຍິງເກີດວັນອື່ນໆ ພື້ນຖານເປັນຄົນເດັດດ່ຽວ ຮັກດຽວໃຈດຽວ ຫຼື ຮັກ ຄົບທີ່ລະຄົນ ກໍລະນີທີ່ຕ້ອງເລີກລາກັບຄົນຮັກ ສ່ວນຫຼາຍຝ່າຍຊາຍເປັນຄົນນອກໃຈ ເພາະເປັນຝ່າຍເຮັດໃຫ້ໜຸ່ມໆຄັ່ງ ຈາກຄວາມໝຸ້ງໝັ້ນໃນການເຮັດອີຫຍັງຫຼາຍໆຢ່າງ ຢ່າງຈີງຈັງແນວແນ່ ບໍ່ມັກຜູ້ຊາຍອວດ ມັກຜູ້ຊາຍທີ່ໃຊ້ເງິນເປັນ ແລະ ເພິ່ງພາໄດ້ ມັກຈະເບີ່ງນິໄສຜູ້ຊາຍເປັນຫຼັກ ແລະ ມີຖານະໃກ້ຄຽງກັນ.
