ໃນວັນທີ 8 ພຶດສະພາ 2021 ເພຈໜັງສືພິມບໍ່ແກ້ວ ໄດ້ລາຍງານວ່າ:

ແຂວງບໍ່ແກ້ວໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ 12 ຄົນ, ເດັກ 1 ຄົນ.

ໃນຂະນະທີ່ຕົວເລກຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ແຂວງບໍ່ແກ້ວ ມີທັງໝົດ 223 ຄົນ, ປິ່ນປົວຫາຍດີ 12 ຄົນ, ກຳລັງປິ່ນປົວ 211 ຄົນ ຍັງບໍ່ມີຜູ້ເສຍຊີວິດ.
