ຜູ້ສູງອາຍຸ ແລະ ຄົນທີ່ມີພະຍາດຊຳເຮື້ອຢູ່ແລ້ວ ຖ້າວ່າໄດ້ຕິດພະຍາດໂຄວິດ-19 ກຸ່ມຄົນດັ່ງກ່າວທີ່ມີພູມຄຸ້ມກັນຕໍ່າ ຈະມີຄວາມສ່ຽງສູງທີ່ຈະມີອາການໜັກກ່ວາກຸ່ມອື່ນໆ.

ສະນັ້ນ, ຂໍໃຫ້ທ່ານໝັ່ນລ້າງມືດ້ວຍສະບູ, ຮັກສາໄລຍະຫ່າງຈາກຜູ້ອື່ນ ແລະ ໃສ່ຜ້າອັດປາກ-ດັງ ເພື່ອປ້ອງກັນພະຍາດໂຄວິດ-19.
ໃຫ້ທ່ານຮັກສາສຸຂະພາບໂຕເອງໃຫ້ແຂງແຮງ, ກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍເລື້ອຍໆ.

ນອກຈາກນີ້, ຂໍໃຫ້ທາງຄອບຄົວເອົາໃຈໃສ່ຕໍ່ຜູ້ສູງອາຍຸ ແລະ ຄົນທີ່ມີພະຍາດຊຳເຮື້ອໃນເຮືອນໂຕເອງໃຫ້ເປັນພິເສດ ໂດຍສະເພາະໃຫ້ເພິ່ນໄດ້ໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຊິ່ງເປັນວິທີໜຶ່ງທີ່ສາມາດຫຼຸດຜ່ອນຄວາມສ່ຽງໃນການເຈັບເປັນຮຸນແຮງ ແລະ ເສຍຊີວິດຈາກພະຍາດໂຄວິດ-19ໄດ້.