ເມືອງອິສຕັນບູ (Istanbul) ປະເທດຕວັກກີ 🇹🇷 ເກີດຫິມະຕົກໜັກສຸດເປັນປະຫວັດການ ໃນວັນທີ 24 ມັງກອນ 2022 ແລະ ເປັນສະຖິຕິໜັກສຸດໃນປະຫວັດສາດ, ສະໜາມບິນຖືກສັ່ງປິດກະທົບຫຼາຍຮ້ອຍຖ້ຽວບິນຖືກຍົກເລີກ, ຖະໜົນຖືກປິດ ແລະ ມີລາຍງານເກີດອຸບັດເຫດຈຳນວນຫຼາຍ ເນື່ອງຈາກຖະໜົນມື່ນ ເຊິ່ງພາຍຸຫິມະຕົກໜັກໃນຫຼາຍເຂດຂອງຕວັກກີຕັ້ງແຕ່ອາທິດຜ່ານມາມີຄົນຈຳນວນຫຼາຍຕິດຄ້າງຢູ່ຖະໜົນຫຼາຍຊົ່ວໂມງ ເນື່ອງຈາກຫິມະໜາ.
ທີ່ມາພາບ: Extreme Weather world




