ໃນວາລະກອງປະຊຸມ ວຽກງານຈັດຕັ້ງ, ກໍ່ສ້າງພັກ
– ພະນັກງານ ແລະ ປັບປຸງການຈັດຕັ້ງໃນໄລຍະ 5 ປີ ຂອງແຂວງ ວຽງຈັນ, ບາງຕອນທ່ານກ່າວວ່າ :ທົ່ວອົງຄະນະພັກແຂວງ ມີ 11 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການ, ມີການຈັດຕັ້ງຮາກຖານພັກ 1,360 ຮາກຖານພັກ, ປີ 2021 ມີສະມາຊິກພັກທັງໝົດ 21,673 ສະຫາຍ, ຍິງ 6,708 ສະຫາຍ, ຄະນະພັກແຂວງ ໄດ້ຍຶດໝັ້ນຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ນຳພາແຜ່ນງານ
-ໂຄງການ; ປະຕິບັດລະບອບປະຊຸມ, ປຶກສາຫາລື, ໃກ້ຊິດຕິດແທດຮາກຖານ, ມີການຊຸກຍູ້, ຕິດຕາມ, ກວດກາ, ສະຫຼຸບ-ຖອດຖອນບົດຮຽນ ລາຍງານແຕ່ລະໄລຍະ ແລະ ຮັກສາຄວາມສາມັກຄີພາຍໃນຄະນະພັກ, ເຊິ່ງສະມາຊິກພັກຈຳນວນຫຼາຍມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຈົງຮັກພັກດີຕໍ່ອຸດົມການຂອງພັກ, ຮັກສາໄດ້ຄວາມສາມັກຄີພາຍໃນພັກ ແລະ ໄດ້ຮັບຄວາມໄວ້ວວາງໃຈຈາກມະຫາຊົນ.ຄະນະພັກແຂວງ ວຽງຈັນ ໄດ້ເອົາໃຈໃສ່ ການປະຕິບັດນະໂຍບາຍ ຕໍ່ພະນັກງານ
– ລັດຖະກອນ, ທະຫານ, ຕຳຫຼວດ ຕາມທີ່ກົດໝາຍກຳນົດ ເປັນຕົ້ນ ແມ່ນເງິນເດືອນ, ເງິນອຸດໜູນ ແລະ ອື່ນໆ ຕາມສະພາບຕົວຈິງ; ນອກນີ້ ຍັງໄດ້ມີການເລືອກເຟັ້ນ, ຍ້ອງຍໍຕໍ່ຜູ້ມີຜົນງານດີເດັ່ນ, ການນະໂຍບາຍອອກພັກຜ່ອນຮັບບໍານານ ແລະ ນະໂຍບາຍຕໍ່ພະນັກງານອາວຸໂສ
– ບໍານານ ທີ່ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະຜ່ານມາ ຢ່າງສະໝໍ່າສະເໝີ.ເພື່ອສະກັດກັ້ນ ປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ພະນັກງານ
– ລັດຖະກອນ, ທະຫານ, ຕຳຫຼວດ 5 ປີ ຜ່ານມາ ໄດ້ລົງວິໄນຕໍ່ສະມາຊິກພັກ. ພະນັກງານ
– ລັດຖະກອນ,ທະຫານ, ຕໍາຫຼວດ ທີ່ກະທຳຜິດທັງໝົດ 216 ສະຫາຍ, ຍິງ 16 ສະຫາຍ, ໃນນີ້ຂັ້ນກ່າວເຕືອນ 42 ສະຫາຍ, ຍິງ 2 ສະຫາຍ ; ປົດຕຳແໜ່ງ 9 ສະຫາຍ ; ໂຈະຮ່ວມຊີວິດ 38 ສະຫາຍ, ຍິງ 16 ສະຫາຍ ; ອອກຈາກພັກ 125 ສະຫາຍ, ຍິງ 14 ສະຫາຍ.
ທີ່ມາ : ViengChanh News