ໄວ 60 ປີ ສັກວັກຊີນ 90 ຄັ້ງadmin5 days ago0 15 Less than a minuteຊາຍເຢຍລະມັນ ໄວ 60 ປີ ສັກວັກຊີນ 90 ຄັ້ງ ເພື່ອຂາຍບັດປອມ.
ສຳນັກຂ່າວ AP ລາຍງານວ່າ: ຊາຍອາຍຸ 60 ປີ ຖືກກ່າວຫາວ່າໄດ້ສັກຢາວັກຊີນຕ້ານ COVID-19 ຫຼາຍສິບຄັ້ງໃນ ປະເທດເຢຍລະມັນ ເພື່ອຂາຍບັດວັກຊີນປອມທີ່ມີຕົວເລກວັກຊີນທີ່ແທ້ຈິງໃຫ້ກັບຜູ້ທີ່ບໍ່ຕ້ອງການສັກຢາວັກຊີນດ້ວຍຕົນເອງ.
ຊາຍຈາກເມືອງ Magdeburg ທາງຕາເວັນອອກຂອງເຢຍລະມັນ, ເຊິ່ງບໍ່ໄດ້ເປີດເຜີຍຊື່ຕາມກົດລະບຽບຄວາມເປັນສ່ວນຕົວຂອງເຢຍລະມັນ,ໄດ້ຖືກກ່າວຫາວ່າໄດ້ຮັບການສັກຢາວັກຊີນຕ້ານ COVID-19 ຫຼາຍເຖິງ 90 ຄັ້ງ
ຢູ່ສູນສັກຢາວັກຊີນໃນພາກຕາເວັນອອກຂອງລັດ Saxony ເປັນເວລາຫຼາຍເດືອນຈົນກ່ວາຕໍາຫຼວດອາຊະຍາກໍາຈັບໄດ້.
ໂດຍຜູ້ຕ້ອງສົງໄສບໍ່ໄດ້ຖືກກັກຂັງ ແຕ່ຢູ່ພາຍໃຕ້ການສືບສວນສໍາລັບການອອກບັດວັກຊີນທີ່ບໍ່ໄດ້ຮັບອະນຸຍາດ ແລະ ການປອມແປງເອກະສານ.
ລາວຖືກຈັບຢູ່ສູນສັກຢາວັກຊີນໃນ Eilenburg ໃນ Saxony ເມື່ອລາວສະແດງໂຕໃນການສັກຢາ COVID-19
ເປັນມື້ທີສອງຕິດຕໍ່ກັນ.
ເຊິ່ງຕຳຫຼວດໄດ້ຍຶດບັດວັກຊີນເປົ່າຈຳນວນໜຶ່ງຈາກລາວ ແລະ ເລີ່ມດຳເນີນຄະດີອາຍາ.
ອ່ານເພີ່ມເຕີມໄດ້ທີ່: https://bit.ly/3r1sBZ8