ຊົມເຊີຍ ທ່ານພົນໂທ ວິໄລ ຫຼ້າຄຳຟອງ ເຮັດແທ້ເດີ

ທີ່25/04/21ພັນເອກສົມໝາຍ ພົມມະຈັນ ຫົວໜ້າ ປກສແຂວງສະຫັວນນະເຂດ ອອກມາຖະແຫຼງຂ່າວ ປະຕິເສດວ່າ ຮອ ພູໃສ ສີສະຫວັນ ບໍ່ໄດ້ກ່ຽວຂ້ອງກັບການລັກຂ້າມມາຂອງຄົນໄທ ເຊີ່ງໄດ້ມີການແຕ່ງຕັ້ງ ອານຸກຳມະການ ປກສ ສືບສວນແລ້້ວ.

ແຕ່ທາງທ່ານພົນໂທ ວິໄລ ຫຼ້າຄຳຟອງລມຕ ກະຊວງປ້ອງກັນຄວາມສະງົບ ເຫັນວ່າເລື່ອງນີ້ສົ່ງຜົນເສຍຫາຍມະຫາສານຕໍ່ປະເທດຊາດ ຕໍ່ຄວາມເຊື່ອໝັ້ນສັດທາຂອງປະຊາຊົນຕໍ່ເຈົ້າໜ້າທີ່ຕຳຫຼວດ

ຈຶ່ງໄດ້ສັ່ງສອບສວນເລື່ອງນີ້ຢ່າງໂປງໃສ ສຸດທ້າຍຜົນການສອບສວນກໍ່ອອກມາວ່າ ຮອ ພູໃສ ໄດ້ພົວພັນກັບຄົນໄທສອງຄົນນັ້ນແບບຜິດກົດໝາຍ ແລະ ຍັງເຮັດທຸລະກິດຜິດກົດໝາຍອີກຫຼາຍຢ່າງ ຈົນມີຄຳສັ່ງໃຫ້ໄລອອກຈາກການເປັນເຈົ້າໜ້າທີ່ລັດ ແລະ ຍັງຈະມີການໃຫ້ໄອຍະການສົ່ງສຳນວນຄະດີໃຫ້ສານຕັດສິນ ເພື່ອຮັບໂທດທັ້ງທາງແພ່ງ ແລະ ທາງອາຍາ

ກໍລະນີ ຮອ ພູໃສ ເປັນພຽງໂຕຢ່າງນ້ອຍໆ ທີ່ຊີ້ໃຫ້ເຫັນວ່າມີເຈົ້າໜ້າທີ່ບາງຄົນສວຍໃຊ້ຕຳແໜ່ງໜ້າທີ່ຂອງໂຕເອງຫາຜົນຜະໂຫຍດໃສ່ໂຕເອງ ດ້ວຍການກະທຳຫລາຍຢ່າງທີ່ຜິດຕໍ່ກົດໝາຍ ສ້າງປັນຫາຫຼາຍຢ່າງໃຫ້ກັບສັງຄົມ ແຕ່ກໍ່ບໍ່ມີການກວດສອບກັນຢ່າງຈິງຈັງ ແລະ ຜູ້ບັນຊາການບາງຄົນກໍ່ປົກປິດ ປົກປ້ອງເອົາກັນ

ແຕ່ຄັ້ງນີ້ຕ້ອງຊື່ນຊົມທ່ານພົນໂທ ວິໄລ ຫຼ້າຄຳຟອງລມຕ ກະຊວງປ້ອງກັນຄວາມສະຫງົບ ທີ່ກ້າຫານທີ່ຈະສອບສວນ ແລະ ລົງໂທດເຈົ້າໜ້າທີ່ຜູ້ກະທຳຜິດ ຢ່າງໂປໃສ ແລະ ເຮັດໃຫ້ສັງຄົມເຫັນເຖິງຄວາມເປັນທຳ ແລະ ເຊື່ອໝັ້ນໃນເຈົ້າໜ້າທີ່ ປກສ ຫລາຍຂື້ນ ຂໍຊົມເຊີຍ.

ທີ່ມາ:

Related Posts

Leave a Reply

Your email address will not be published. Required fields are marked *