ປູ່ຊາວອາເມຣິກາເຫັນກະປ໋ອງສີ ຄິດວ່າໂຢເກິດ ຕັກກິນໄປເກືອບເຄີ່ງປ໋ອງ

ສຳນັກຂ່າວ ເມໂທຣ ລາຍງານວ່າ ອາເລັກຊ ສະຕີນ ຫລານສາວຂອງປູ່ບ໊ອບບີ້ ຊາວເມືອງນິວຢອກອາຍຸ 90 ປີ ເລົ່າວ່າ ປູ່ຂອງຕົນເຜີກິນສີເຂົ້າໄປກວ່າເຄີ່ງປ໋ອງຂະຫນາດ 1 ຄວອຕ (ປະມານ 946.35 ມລ)

ເພາະຄິດວ່າເປັນໂຢເກິດໂດຍຕົນເອງໄດ້ໂພສຮູບປູ່ຂອງຕົນທີ່ຢູ່ໃນສະພາບປາກເປື້ອນໄປດ້ວຍສີມິນ ແລະກະປ໋ອງສີດັ່ງກ່າວລົງເທີງທະວິດເຕີເພື່ອເປັນຫຼັກຖານອີກດ້ວຍ “ມື້ນີ້ປູ່ຂອງຂ້ອຍກໍ່ກິນສີໄປເຄີ່ງຄວອຕ ໂດຍຄິດວ່າເປັນໂຢເກິດ.

ອາເລັກຊລະບຸໃນທະວິດເຕີທີ່ລາວໂພສເມື່ອວັນສຸກທີ່ຜ່ານມາ ກ່ອນຈະໃຫ້ສຳພາດກັບເດລີເມລວ່າ ປູ່ຂອງຕົນເປັນຄົນທີ່ມັກໂຢເກິດຫລາຍ ເຖິງຂັ້ນມີຊີວິດຢູ່ເພື່ອໂຢເກິດເລີຍທີ່ດຽວ ແມ່ຂອງຂ້ອຍມັກຊື້ໂຢເກິດລົດວານິລລາມາຢ່າງຫນ້ອຍ 7 ຄວອຕທຸກອາທິດເລີຍ”

ທັງນີ້ ຮູບຂອງປູ່ບ໊ອບບີ້ກາຍເປັນປະເດັນໃນໂລກອອນໄລນຢ່າງວ່ອງໄວ ໂດຍຊາວເນັດຫລາຍຄົນຕ່າງສະແດງຄວາມຄິດເຫັນໄປໃນເຊິງຫົວຂວັນ ບາງຄົນກໍ່ພະຍາຍາມທວາຍວ່າໃນຕອນນັ້ນ ປູ່ຄົນນີ້ຄິດວ່າກຳລັງກິນໂຢເກິດລົດຫຍັງຢູ່.