ພົນໂທ ວິໄລ ຫຼ້າຄໍາຟອງ ເປັນການນຳທີ່ທຳຈິງ ເຮັດແທ້ ຖ້າໃຜບໍ່ດີເອົາອອກບໍ່ສົນລູກເຈົ້າຫລານນາຍ

ທ່ານພົນໂທ ວິໄລ ຫຼ້າຄໍາຟອງ ຂື້ນມາສືບຕໍ່ຮັບໜ້າທີ່ຕໍ່າແໜງເປັນ ລຖຕ ກະຊວງປອ້ງກັນຄວາມສະຫົງບສຸກໃນກົງຈັກ ລຖບ ຊຸດໃໝ່ນີ້ບໍ່ຮອດສາມເດືອນ ສາມາດສ້າງຄວາມເພີງພໍໃຈແລະຄວາມຊື່ນຊົມໃຫ້ຄົນລາວທັງຊາດແລະທົ່ວໂລກໄດ້ພຽງມື້ໜື່ງວັນດຽວ.
ຖືວ່າ ທ່ານເປັນດາລາໃນໃຈຄົນລາວພວກເຮົາແບບສາຍຟ້າແມັບ ໂດຍບໍ່ຕອ້ງໃຊ້ເວລາຄົ້ນຫາປະຫັວດ, ຄວາມຮູ້, ການສຶກສາ…ຂອງທ່ານຄົນນີ້ມາກອ່ນແຕ່ຢ່າງໃດເລີຍ (ສໍາລັບຄົນທີ່ຍັງບໍ່ຮູ້ປະຫັວດເພີ່ນມາກອ່ນ). ຄວາມເຄົາລົບນັບຖືແລະຍໍມືສາທຸຂອງປະຊາເຮົາເຂົ້າກາຍແລະໃຈໄທເຮົາແບບອັດຕະໂນມັດ…ຈົນບໍ່ມີຄໍາບັນຍາຍຕໍ່
ຊົມເຊີຍ! ຊົມເຊີຍ! ຊົມເຊີຍ! ການຕັດສິນໃຈປົດຊັ້ນຟັນຍົດພະນັກງານຂັ້ນຕໍ່າທີ່ເສຍທາດຂາດຄຸນທັງສອງຄົນ (ຮທ ສອນອາໄລ ແລະ ຮອ ພູໃສ) ອອກຈາກຖັນແຖວພັກລັດ ໂດຍຜ່ານລາຍເຊັນຈາກສູນກາງແລະຜ່ານລາຍມືຂອງ ລຖຕ ສອ່ງແສງໃຫ້ຊາວລາວເຫັນໄດ້ວ່າ ສອງທ້າວນີ້ ແມ່ນຜູ້ຕອ້ງຫາລະດັບຊາດແທ້ໆທີ່ແອບແຝງແພງລິດດວ້ຍຫຼາຍເລກົນສົນສັບ, ແມ່ນແຕ່ຫົວໜ້າພະແນກ ປກສ ສະຫັວນນະເຂດກໍ່ບໍ່ກ້າລົງລາຍເຊັນເຂ່ຍເຂົາເຈົ້າອອກຈາກອົງກອນຕົນເອງ. ສໍາບໍ່ໜໍາ ຍັງອອກມາປົກປອ້ງທ້າວຕື້ສະຫວັນວ່າລາວບໍ່ໄດ້ພົວພັນກັບຄົນໄທ?😮😁
ທໍາອີດ ຂພຈ ກໍ່ໃຈເຢັນຕໍ່ການປົກປອ້ງບົດບາດແລະໜ້າທີ່ທ້າວຕື້ຂອງຫົວໜ້າພະແນກທ່ານນີ້. ແຕ່ມາເຫັນຄໍາສັ່ງຂອງ ທ່ານວິໄລ ຈື່ງຮູ້ວ່າ ການນໍາແຂວງນີ້ (ໂດຍສະເພາະຜູ້ຮັບພິຊອບພະແນກ ປກສ) ຖືກກຸ່ມແກ໋ງອາດຊະຍາກອນ (ມີແຕ່ແນວເຖື່ອນ!) ໃນອົງກອນຕົນເອງລູບຫົວຕົບບາມີດົນນານພຽງໃດມາແລ້ວ ບໍ່ມີໃຜຮູ້?😡😢.
ຈຸດພິກັດໜື່ງທີ່ໜ້າສົນໃຈອີກໃນເຫດການທີ່ເກີດຂື້ນກັບທ້າວຕື້ແລະຜູ້ທີ່ສອງ (ຄວາມຈິງ ຊາວລາວບໍ່ນຶກບໍ່ຝັນເລີຍວ່າ ງານນີ້ຈະມີຊື່ ສອນອາໄລ ມາເພີ່ມ?) ຖ້າຮາກຂອງບັນຫາຢັ່ງລົງເລິກຮອດຂັ້ນນໍາຂອງແຂວງຫຼືໃນບາງຂະແໜງ?😮 ຖ້າເລື່ອງນີ້ ມີແຕ່ສອງທ້າວເກໄພ້ກັນຊື່ໆ ມັນຈະບໍ່ມີອາຍຸການດໍາເນີນງານເຖື່ອນຍື້ດເຍື້ອຍາວນານມາຮອດມື້ໂຄວິດແຕກຮອບສອງໃນ ສປປລ ໄດ້ເດັດຂາດ?
ຕອ້ງແມ່ນຄົນທີ່ມີອໍານາດໃຫ່ຍກວ່າສອງທ້າວນີ້ ຄອຍດູແລແລະສະໜັບສະໜູນ ກິດຈະກໍາຂອງເຂົາເຈົ້າ? (ສັງເກດເບີ່ງການໃຊ້ແບບແຜນຊີວິດຫຼູຫຼາຢ່າງເປີດແປນຂອງທ້າວຕື້, ບໍ່ນັບຖືກົດລະບຽບສະຖານທີ່ກັກຕົວ, ລາຍເຊັນມາແຕ່ສູນກາງແລະບໍ່ແມ່ນລາຍມືຂອງຄົນຜູ້ມີອໍານາດໃນແຂວງນີ້).
ຮາກຂອງເລື່່ອງນີ້ອາດຈະຢັ່ງລົງເລີກແນະນອນ! ແຕ່ ລຖບ ຈະມີບັນຫາຂວາງທາງແລະຂຸດຫາຮາກຂອງບັນຫານີ້ບໍ່ເຖີງ ຖ້າພຽງໄລ່ສອງຄົນນີ້ອອກການຊື່ໆ. ຈະນໍາຫາຮາກຫາເຄົ້າຂອງບັນຫານີ້ໄດ້ ຕອ້ງນໍາຕົວທັງສອງທ້າວນີ້ມາສືບສວນຕໍ່. ກໍລະນີຮ້າຍແຮງຕອ້ງນໍາໂຕທັງສອງເຂົ້າຄຸກຕາມກົດໝາຍບ້ານເມືອງ.
ມາເບີ່ງບັນຊີການເຄື່ອນໄຫວເຖື່ອນຂອງສອງທ້າວນີ້ພໍປານຫົວໜ້າແກ໋ງໃຫ່ຍໃນຄາບເສື້ອແລະໝວກອໍານາດລັດ. ບໍ່ນຶກເລີຍວ່າ ການນໍາແຂວງນີ້ຈະປອ່ຍໃຫ້ນັກເລງປະຕິວັດບັດແດງມາແຂ່ງອໍານາດມືດກັບຕົນເອງດົນນານເຖີງປານນີ້ ໄດ້ແນວໃດ?😡😢 ຕອ້ງຕັ້ງຄໍາຖາມໃສ່ກັນເບີ່ງວ່າ ຖ້າທ້າວຕື້ສະຫຼາດກວ່ານີ້ນອ້ຍໜື່ງ (ບໍ່ໂພດສຂີ້ພື້ນຕົນເອງໃຫ້ສັງຄົມເຫັນ, ບໍ່ນໍາເອົາຄົນໄທມາແຜ່ເຊື້ອ…)
ໃຜຈະຮູ້ກິດຈະກໍາມືດຂອງແກ໋ງນີ້ໃນຄວາມນັບຖືແລະໄວ້ວາງໃຈຂອງພັກລັດເຮົາແລະເຂົາຈະຂ້າແບ້ກິນຢູ່ເຮືອນເຈົ້າແຂວງຫຼືຫົວໜ້າພະແນກ ປກສ ແຂວງໄປນານອີກພຽງໃດ?😉😁 ພະນັກງານແລະຄະນະນໍາໃນກົງຈັກການປົກຄອງແຫ່ງ ສປປລ ຮຽນໄດ້ຫັຍງແດ່ຈາກປະກົດການຂອງສອງທ້າວນີ້? ອາດຈະຫຼວງຫຼາຍກວ່າໄປນັ່ງຮຽນທິດສະດີການເມືອງສາມເດືອນ, ຫົກເດືຶອນຫຼືເປັນປີ?😁
ຖ້າສະຖານະພາບການປາບປາມພະນັກງານເສຍທາດຂາດຄຸນຂອງ ລຖບ ຍັງຮັກສາລະດັບນີ້ຕໍ່ໄປ ພະນັກງານເງີນເດືອນນອ້ຍ ແຕ່ໃຊ້ຊີວິດເໝືອນນັກທຸລະກິດຫຼືເໝຶອນພໍ່ຄ້າແມ່ຄ້າຂອງເຖືີ່ອນ ກຽມສະເທືອນ ສະທາຍກາຍໃຈໄວ້ໂລດ. ລຖບ ຊຸດນີ້ເຫັນຕົວຈິງແລ້ວວ່າ ບຸກຄະລະກອນໃນອົງກອນພັກລັດຕົນເອງ ກໍ່ສາມາດກາຍເປັນສັດຕູໂຕຮ້າຍກາດແກ່ຊາດໄດ້ທຸກເວລາ.
ແຕ່ຖ້າຂອງຄົນເຫຼົ່ານີ້ຂື້ນມາຍາມໃດ ເງີນໃນຄັງລັດ 7-8ພັນຕື້ກີບເຂົາກໍ່ບໍ່ຫັວນແລະແມ່ນແຕ່ຈະຂ້າຄົນທັງຊາດ ເຂົາກໍ່ບໍ່ກົວ (ທ້າວຕື້). ຕອ້ງເອົາໃຈໃສ່ຕິດຕາມພະນັກງານທີ່ໃຊ້ຊີວິດແບບໂລດໂພນເກີນລາຍໄດ້ຕົນເອງຢ່າງຈົດຈໍແລະມີວິທີສະກັດກັ້ນມັນໃຫ້ທັນດວ່ນ, ໂດຍສະເພາະ ພະນັນງານຮັບພິຊອບຊັບສີນຂອງຊາດແລະຜູ້ມີອໍານາດໃນໜ້າທີ່ວິຊາສະເພາະຂອງຕົນເອງ. ແຕ່ ລຖບ ຢ່າພາກັນຕິດຕາມແລະລົງໂທດແຕ່ຜູ້ນອ້ຍ.
ຜູ້ໃຫ່ຍໆຂັ້ນແຂວງແລະສູນກາງ ກໍ່ບໍ່ໃຫ້ລົດລະ! ສວ່ນຫຼາຍຕົ້ນໄມ້ໃຫ່ຍຈະມີຄົນແລ່ນໄປຮົ່ມສະເໝີ?! ສີ່ງນີ້ ລຖບ ຕອ້ງມີສະຕິເຊັ່ນກັນ. ໄລຍະຜ່ານມາ ປະກົດການຜູ້ນ້ອຍຫາເງີນໃຫ້ຜູ້ໃຫ່ຍໃຊ້ ບໍ່ແມ່ນຄົນຈັງໄຮຄຶດເອົາເອງ ມັນຕັ້ງມີມາແຕ່ດົນແລ້ວ…ຈົນມີຮອດເຫດການລາງອະດີດທີ່ຮອງຫົວໜ້າກົມ (ກົມຫັຍງຂໍສະຫງວນຊື່) ຂ້າຕົນເອງຕາຍໃນປີຜ່ານມາ ຍອ້ນຢາກໃຫ້ທຸກເລື່ອງທີ່ກ່ຽວພັນຂື້ນສູງອີກປິດລົງເອງ.😢
ສວ່ນເລື່ອງການສ້າງບົດບາດແລະຄວາມເຊື່ອຖືຈາກປະຊາຊົນ ເພື່ອໃຫ້ຕົນເອງກາຍເປັນຜູ້ນໍາພາທີ່ດີແລະເປັນຂວັນໃຈປະຊາທີ່ແທ້ຈິງ ຜູ້ນໍາຄົນນີ້ບໍ່ຕອ້ງໃຫ້ມີການສຶກສາສູງກໍ່ໄດ້ (ບາງຄັ້ງຄາວ) ເຂົາພຽງຫງ່ຽງຫູຟັງສຽງຄວນຄາງຂອງປະຊາຊົນແລະສູ້ຊົນໃຫ້ໄດ້ສີ່ງນີ້ມາແທນຫຼືເພື່ອປະຊາຊົນ ເພີ່ນກໍ່ເປັນທີ່ນິຍົມຂອງປະຊາຊົນໄດ້ແລ້ວ. ເວົ້ານໍາກັນແຈ້ງ: ຜູ້ນໍາແຕ່ລະຂະແໜງຕອ້ງປະຕິຮູບຈຸດອອ່ນຫຼືຈຸດຄ້າງຄາໃນຂະແໜງຕົນເອງ ໃຫ້ໄດ້.
ຂື້ນມາບັນຊາແລະຢູ່ລ້າໆ ປະຊາບໍ່ຊື່ນຊົມນໍາ. ກົງກັນຂ້າມ ເຂົາດີໃຈຖ້າທ່ານລົງໄປຄືນ. ແຕ່ຄືທ່ານ ວິໄລ ຫຼ້າຄໍາຟອງ ຢູ່ດົນປານໃດກໍ່ໄດ້…ຖືກໃຈປະຊາແທ້ໆ! ຊົມເຊີຍ ທ່ານນາຍພົນ ຈາກໃຈຈິງ! 11.05.21, @ສຸລັດ ທຸມມະວົງ