ຫໍພັກ ມຊ ມີນັກສຶກສາລາວ ແລະ ຕ່າງປະເທດ​ ຕົກຄ້າງເກືອບ 1.900 ຄົນ

ເພື່ອເປັນການໃຫ້ກຳລັງໃຈນັກສຶກສາຊາວລາວ-ຕ່າງຊາດ ທີ່ຕົກຄ້າງຢູ່ຫໍພັກ ມຊ ໄລຍະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະສະເພາະກິດ ສະກັດກັ້ນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນກະຊວງ ລົງຕິດຕາມ ແລະ ຊຸກຍູ້ໃຫ້ກຳລັງພະນັກງານ, ຄູອາຈານ ແລະ ນ້ອງນັກສຶກສາຊາວລາວ ແລະ ຊາວຕ່າງຊາດ ທີ່ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 12 ພຶດສະພາ 2021.

ໂອກາດນີ້, ທ່ານ ຢີເຮີ ເບຼ່ຍຊ້ອງ ຮອງຫົວໜ້າຫ້ອງການຄຸ້ມຄອງຫໍພັກ ມຊ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ວ່າ: ສໍາລັບຫໍພັກນັກສຶກສາ ມຊ ມີ 3 ຫໍພັກຄື: ຫໍພັກຊີເກມ, ຫໍພັກໃນ (ຫໍພັກເກົ່າ) ແລະ ຫໍພັກນັກສຶກສາຕ່າງປະເທດ ຊຶ່ງມີນັກສຶກສາເຂົ້າມາພັກເຊົາ ຈໍານວນ 3.787 ຄົນ, ຍິງ 2.201 ຄົນ.

ໃນນີ້, ມີນັກສຶກສາລາວ ຈໍານວນ 3.449 ຄົນ, ຍິງ 2.077 ຄົນ ແລະ ນັກສຶກສາຕ່າງປະເທດ ຈໍານວນ 338 ຄົນ, ຍິງ 124 ຄົນ, ໃນນັ້ນ ມີນັກສຶກສາກັບບ້ານໄລຍະພັກບຸນປີໃໝ່ລາວ ບໍ່ສາມາດກັບມາໄດ້ ແລະ ອີກຈໍານວນໜຶ່ງໄປຝຶກງານຕ່າງແຂວງກໍບໍ່ສາມາດກັບມາໄດ້ເຊັ່ນກັນ ຕາມການເກັບກຳສະຖິຕິນັກສຶກສາທີ່ຍັງຄ້າງໃນຫໍພັກ ຊີເກມ,

ຫໍພັກໃນ ແລະ ຫໍພັກນັກສຶກສາຕ່າງປະເທດໃນປັດຈຸບັນ ມີຈຳນວນ 1.871 ຄົນ, ຍິງ 1.030 ຄົນ ໃນນີ້ມີນັກສຶກສາລາວ ຈໍານວນ 1.537 ຄົນ, ຍິງ 906 ຄົນ (ຫໍພັກ ຊີເກມ 845 ຄົນ, ຍິງ 520 ຄົນ, ຫໍພັກໃນ 692 ຄົນ, ຍິງ 386 ຄົນ) ແລະ ນັກສຶກສາຕ່າງປະເທດ ມີ 334 ຄົນ, ຍິງ 124 ຄົນ.

ການຈັດຕັ້ງປະຕິບັດໃນການຄວບຄຸມປ້ອງກັນການແຜ່ລະບາດໂຄວິດ-19 ໄດ້ນໍາເອົາທຸກມະຕິຄໍາສັ່ງຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງສຶກສາທິການ ແລະ ກິລາ, ມຊ ແລະ ມາດຕະການສະເພາະກິດແຈ້ງໃຫ້ນັກສຶກສາຮັບຊາບທຸກໆສະບັບ.

ພ້ອມດຽວກັນນັ້ນ, ທາງຫ້ອງການໄດ້ແຈ້ງການສະເພາະເຖິງນັກສຶກສາພັກອາໄສຢູ່ຫໍພັກເພີ່ມເຕີ່ມເພື່ອໃຫ້ຮັບຮູ້ເຖິງຜົນຮ້າຍຂອງການຕິດເຊື້ອພະຍາດໂຄວິດ-19 ແລະ ຂໍ້ຫ້າມນັກສຶກສາຢູ່ຫໍພັກອອກໄປພົວພັນກັບຄົນພາຍນອກຕາມພະເດັດການ ແລະ ຫ້າມໃຫ້ນັກສຶກສານໍາເອົາບຸກຄົນນອກເຂົ້າມາພັກອາໄສຢູ່ຮ່ວມກັນໃນຫໍພັກ ແລະ ແນະນໍາວິທີການປ້ອງກັນຕ່າງໆ ເພື່ອໃຫ້ນັກສຶກສາເຂົ້າໃຈ ແລະ ທາງຫ້ອງການພວກເຮົາໄດ້ມີການແຕ່ງຕັ້ງພະນັກງານຫ້ອງການປະຈໍາການເວນຍາມຕະຫຼອດ 24 ຊົ່ວໂມງ.

ເຖິງຈະເຂັ້ມງວດປານໃດກໍຕາມ ແຕ່ກໍຍັງເກີດມີນັກສຶກສາຕິດເຊື້ອໂຄວິດ-19 ຈໍານວນ 6 ຄົນ ໃນນັ້ນ ເປັນຄົນລາວ 4 ຄົນ ແລະ ເປັນນັກສຶກສາຫວຽດນາມ 2 ຄົນ ໃນນັ້ນ 1 ຄົນ ແມ່ນໄດ້ຮັບທຶນແລກປ່ຽນກະຊວງປ້ອງກັນປະເທດ ແລະ ອີກ 1 ຄົນ ແມ່ນນັກສຶກສາທຶນແລກປ່ຽນລັດຖະບານ ຊຶ່ງລົດສະເພາະກິດໄດ້ມາຮັບພວກກ່ຽວໄປປິ່ນປົວ ແລະ ມີນັກສຶກສາຈໍານວນ 13 ຄົນເປັນກຸ່ມສ່ຽງໃນການສໍາພັດ (ກິນເຂົ້າຮ່ວມ, ນອນຮ່ວມຫ້ອງ, ໄປນັ້ນນີ້) ກັບນັກສຶກສາຜູ້ຕິດເຊື້ອ

ປັດຈຸບັນໄດ້ນໍາສົ່ງໄປກັກໂຕເພື່ອຕິດຕາມອາການຢູ່ສູນ ຫລັກ 27 ແລະ ອີກ 8 ຄົນເປັນກຸ່ມສ່ຽງໄດ້ໃກ້ສິດ (ພຽງຢູ່ຫ້ອງໃກ້ກັນ ອາດບາງຄັ້ງໄດ້ຢືນລົມກັນ) ໄດ້ໃຫ້ຈໍາບໍລິເວນຫໍພັກ ໃນຫໍພັກຂອງພວກກ່ຽວ ແລະ ໃຫ້ຄະນະນັກສຶກສາເຂົາເຈົ້າແຕ່ງຕັ້ງຄົນດູແລ ແລະ ໃຫ້ການຊ່ວຍເຫຼືອພວກກ່ຽວ.

ນອກນນັ້ນ, ກໍຍັງໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ທັງພາກລັດ, ພາກເອກະຊົນ. ແນວໃດກໍດີ, ຂໍສະເໜີໃຫ້ຂັ້ນເທິງລົງໃກ້ສິດຕິດແທດ ແລະ ໃຫ້ທິດຊີ້ນຳຕື່ມ ແລະ ຂໍຮຽກຮ້ອງຂັ້ນເທິ່ງຊ່ວຍລະດົມທຶນຈາກພາກສ່ວນຕ່າງໆເພື່ອມາຊ່ວຍນັກສຶກສາຫໍພັກໃຫ້ພຽງພໍ.

Related Posts

Leave a Reply

Your email address will not be published. Required fields are marked *