ພິພິດຮ້າຍເຊື້ອພະຍາດໂຄວິດ ເປັນເຫດ…ຜູ້ຕິດເຊື້ອປິ່ນປົວຫາຍດີແລ້ວ… ແຕ່ຍັງເຮັດໃຫ້ຄົນເຮົາລັງກຽດກັນທາງສັງຄົມ.

ພິດຮ້າຍເຊື້ອພະຍາດໂຄວິດ-19 ເປັນເຫດ…ຜູ້ຕິດເຊື້ອປິ່ນປົວຫາຍດີແລ້ວ… ແຕ່ຍັງເຮັດໃຫ້ຄົນເຮົາລັງກຽດກັນທາງສັງຄົມ.
ທ້າວ ນຽມ ໃສສູນທອນ ບ້ານ ນາເຕີຍ ເມືອງຄົງເຊໂດນ ຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດຂອງແຂວງສາລະວັນ, ກວດພົບເຊື້ອໃນຄັ້ງວັນທີ 15ເມສາ2021, ຜູ້ກ່ຽວນອນປິ່ນປົວທີ່ໂຮງໝໍແຂວງສາລະວັນ ແລະໄດ້ປິ່ນປົວຫາຍດີອອກໂຮງໝໍໃນຄັ້ງວັນທີ 29 ເມສາ 2021, ໄດ້ມາໄຊ້ຊີວິດຢູ່ກັບຄອບຄົວເໝືອນກັບຄົນປົກກະຕິທົ່ວໄປແລ້ວ, #ແຕ່ຍັງເຮັດໃຫ້ສັງຄົມຢ້ານກົວຕໍ່ເຊື້ອພະຍາດດັ່ງກ່າວ ນຳມາຊື່ງຄວາມລັງກຽດກັນທາງສັງຄົມ.
ຈາກການສຳພາດອຳນາດການປົກຄອງບ້ານນາເຕີຍໃຫ້ຮູ້ວ່າ: ມີບາງກຸ່ມຄົນ!.. ຍ້ອນຄວາມຢ້ານກົວ, ມີລັກຊະນະຄ້າຍຄືລັງກຽດຄອບຄົວຜູ້ຕິດເຊື້ອ, ສຳບໍ່ໝໍ່າຍັງມີແນວຄິດຢ້ານກົວປະຊາຊົນພາຍໃນບ້ານ ນາເຕີຍ ອີກດ້ວຍ, ໂດຍສະເພາະແມ່ນມີປະຊົນບາງຄົນບ້ານ ນາເຕີຍ ໄປຊື້ເຄື່ອງຢູ່ບ້ານອື່ນກໍ່ຖືກປະຕີເສດບໍ່ຂາຍໃຫ້, ບໍ່ຢາກເວົ້ານໍາ, ບາງຄົນກໍ່ແລ່ນຫຼົບໜີ, ແລະນິນທາເວົ້າສຽດສີອື່ນໆ.ຕໍ່ກັບສະພາບການດັ່ງກ່າວທ້າວ ນຽມ ໃສສູນທອນ ໄດ້ໃຫ້ສຳພາດວ່າ: ຂໍຄວາມເຫັນໃຈຈາກສັງຄົມ, ໃຫ້ອະໄຟ, ໃຫ້ຮັກສານຳ້ໃຈຄວາມສາມະຄີປອງດອງ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ, ເພາະສ່ວນຕົວຂ້າພະເຈົ້າເອງແຕ່ຕົ້ນກໍ່ບໍ່ໄດ້ຮູ້ສືກວ່າຕົນເອງຕິດເຊື້ອພະຍາດໂຄວິດ-19 ເພາະບໍ່ໄດ້ມີອາການໄຂ້, ໄອ, ຈາມ ມີຄວາມຮູ້ສືກຢູ່ເໜືອນກັບຄົນປົກກະຕິທົ່ວໄປ ແລະມີຈຸດປະສົງຍາກກັບມາຫາຄອບຄົວ.
ທີ່ມາ:
