ວິທີເສີມດວງດ້ວຍຕົວເອງ ໂດຍ ອຈ ປູ່ ຊາສຸດ ດອນສຳໂຮງ ເມືອງໂຂງ ແຂວງຈຳປາສັກ.
– 5 ໂມງເຊົ້າ ຫາ 9 ໂມງສວາຍ ຕ້ອງໃຫ້ວາງອາລົມຢູ່ໃນພຣົມວິຫາຣະທັມ (ມີເມດຕາ ກະຣຸນາ ມຸທິຕາ ອຸເບກຂາ) ທຳໃຈໃຫ້ສະບາຍ ບໍ່ໃຫ້ໃຈເສົ້າໝອງ ຕັດອາລົມລັງເລໃຈບໍ່ໃຫ້ປາຣົບເຖິງຄວາມບໍ່ສຳເລັດ ຕ້ອງຄິດວ່າສິ່ງທີ່ຈະເຮັດຈະທຳໃນມື້ນີ້ຕ້ອງສຳເລັດລຸລ່ວງ

– ຕອນແລງບູຊາດອກໄມ້ທຸກໆແລງບໍ່ໃຫ້ຂາດ ໂດຍແຕ່ງຂັນຫ້າທຽນເຜິ້ງແທ້ 1 ຂັນເປັນຂັນບູຊາດວງແທນຕົວເຮົາ ເອົາດອກໄມ້ບູຊາໃສ່ໃນຂັນວາງຊ້ອນກັນຂຶ້ນ ກ່າວວ່າ ພຸດທະບູຊາ ທັມມະບູຊາ ສັງຄະບູຊາ.

ທຸກໆ 7 ວັນປ່ຽນດອກໄມ້ອອກເທື່ອໜຶ່ງ ດອກໄມ້ແຫ້ງທີ່ປ່ຽນອອກຕ້ອງເອົາໄປໂຮຍໄວ້ກ້ອງຕົ້ນໄມ້ໃນບໍລິເວນບ້ານເຮືອນຂອງຕົນເອງ ຫ້າມຖິ້ມຖັງຂີ້ເຫຍື່ອເດັດຂາດໃຫ້ໄຫວ້ພຣະພາວະນາ ແຜ່ເມດຕາເປັນປົກກະຕິບໍ່ຂາດທຸກມື້.

ເຮັດປະຈຳເຮັດບໍ່ເຊົາຈະເກີດສັຈຈະຂຶ້ນມາໃນຕົວ ເອີ້ນວ່າ ສັຈຈະທັມ ເມື່ອເຮົາປາຖະໜາສິ່ງໃດ ກະແສໃຈຈະໄປຕ້ອງຂ່າຍຍານຂອງເທພະເຈົ້າຜູ້ມີຍານສູງມີເມດຕາຈິດ ເຂົາຈະປະສາດພອນຊ່ວຍທັນທີ ຖ້າບໍ່ຊ່ວຍບໍ່ໄດ້ຜິດກົດສະຫວັນ.

ເທວະໂລກບ່ອນອາໄສເຂົາຈະເພພັງ ເພາະລະເລີຍຜູ້ມີສີລມີສັຈຈະພຣະເຄາະທັງ 9 ດວງ ບໍ່ໄດ້ຢູ່ໃນຕົວເຮົາ ແຕ່ທຽບຂ້າງເຮົາຢູ່ ຄ່ອຍແຕ່ຈິດໃຈເຮົາອ່ອນແອ ກໍເຂົ້າແຊກທັນທີ

ສະນັ້ນ ຖ້າໃຈມີກຳລັງແລ້ວ ພຣະເຄາະກໍເຮັດຫຍັງເຮົາບໍ່ໄດ້ ເອີ້ນວ່າ ດວງເຫນືອດວງ.
“ເຮັດເບິ່ງເດີ ຄັນເຮັດແທ້ຜົນມັນຕ້ອງເກີດ ທີ່ມັນບໍ່ເກີດເພາະບໍ່ເຮັດແທ້ບໍ່ທຳຈິງ”