ຂ່າວທົ່ວໄປ

ເກີດອຸບັດຕິເຫດລົດໃຫຍ່ພິກຄວໍ້າລົງຂ້າງທາງມີຜູ້ບາດເຈັບ 02 ຄົນ ທີ່ເມືອງ ຫ້ວຍຊາຍ ບໍແກ້ວ

ໃນວັນທີ 15.05.2021 ເວລາ12:45ນາທີ ໜວ່ຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີອຸປະຕິເຫດລົດໃຫຍ່ພິກຄວໍ້າ ຢູ່ດອຍນໍ້າເລັງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ .

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ບາດເຈັບ 02ຄົນ.*ອາການບາດເຈັບເບື້ອງຕົ້ນ:

-ຜູ້ທີ່1: ເພດຊາຍ ສັນຊາດລາວ ອາຍຸ44ປີ ປັດຈຸບັນຢູ່ບ້ານ ອຸດົມໄຊ ເມືອງ ອຸດົມພອນ ແຂວງ ສະຫວັນນະເຂດ.+ມີບາດແຜ:ແໜ້ນເອິກຫາຍໃຈຝືດ,ມືບວມຊໍ້າ.

-ຜູ້ທີ່2: ເພດຊາຍ ສັນຊາດລາວ ອາຍຸ20ປີ ປັດຈຸບັນຢູ່ບ້ານ ແພດ ເມືອງ ມືນ ແຂວງວຽງຈັນ. +ມີບາດແຜ:ແຂນທະເລີ້ນ,ມືຈີກ(ບາດໃຫຍ່),ເຈັບແອ່ວ.

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໄປທີ່ໂຮງໝໍແຂວງບໍ່ແກ້ວ.

ທີ່ມາ:

Related Articles

Leave a Reply

Your email address will not be published. Required fields are marked *

Back to top button