ຟິນແລນດ໌ ເຄັ່ງຕຶງຈັດຣັສເຊຍ ສັ່ງຕັດກ໊າຊ ຕັດໄຟ ເຄື່ຶອນທັບເຂົ້າໃກ້ຊາຍແດນ
(ເອົາລະເດີ)
ເມື່ອຢູ່ໆຟິນແລນດ໌ ເພື່ອນບ້ານທາງເໜືອທີ່ມີຊາຍແດນຕິດຈອດ 1.200ກມ ກໍຖືກຍຸແຍ່ໃຫ້ລະຖິ້ມຄວາມເປັນກາງ ແລະຮ້ອນຮົນຫົນຫວຍຢາກເຂົ້ານາໂຕໃຫ້ໄດ້
ເຖິງຈະເປັນໄພຕໍ່ຣັສເຊຍພຽງໃດກໍບໍ່ສົນ ຣັສເຊຍຈິ່ງຈັດໜັກຈັດເຕັມໃຫ້ຕາມຄຳຂໍມື້ນີ້ ໂດຍປະກາດໃຫ້ຟິນແລນດ໌ ເປັນໄພຄຸກຄາມ ແລະດຳເນີນການຕອບໂຕ້ຕາມລຳດັບເຕັກນິກ ເພື່ອກຳຈັດໄພຄຸກຄາມນັ້ນ..
ຟິນແລນດ໌ ເພິ່ງພາກ໊າຊ ຈາກຣັສເຊຍ ເຖິງ 94% ແລະຫຼາຍແຂວງໃຊ້ໄຟຟ້າຈາກຣັສເຊຍ ການຕັດກ໊າຊ ຕັດໄຟນີ້ຈະທຳລາຍອຸດສາຫະກຳ ໂຄງສ້າງເສດຖະກິດ ແລະບັນທອນຊີວິດການເປັນຢູ່ຂອງຊາວຟິນແລນດ໌ຢ່າງໜັກ
ບວກກັບການຕຶງກອງທັບຕາມຊາຍແດນ ຈະທຳລາຍຂັວນກຳລັງໃຈຊາວບ້ານ ແລະທຸລະກິດການທ່ອງທ່ຽວທີ່ເປັນປາຍແຫຼມຂອງຟິນແລນດ໌ ຢ່າງກວ້າງຂວາງ..
ແຕ່ນີ້ ກໍຍັງເປັນພຽງການເຕືອນເບົາໆ ຫາກຟິນແລນດ໌ ຍັງເດີນໜ້າຕໍ່ຢ່າງດື້ດຶງ ພວກເຂົາກໍຈະກາຍເປັນຢູເຄຣນ2 ສົມໃຈປາຖະໜາ..
ຂໍ້ມູນຈາກ : ສາຍຂ່າວ