ຂ່າວຕ່າງປະເທດ
ຕາອີ່ຕົນ R.I.P ຝູງຊ້າງ 18 ໂຕດັບ ຍ້ອນຖືກຟ້າຜ່າ

ໃນວັນທີ 14 ພຶດສະພາ 2021 ຢູ່ພື້ນທີ່ປ່າສະຫງວນ ໃນລັດ ອັສຊໍາ ປະເທດອິນເດຍ ໄດ້ເກີດມີເຫດການທາງທໍາມະຊາດ ຟ້າຜ່າ ຝູງຊ້າງ ດັບໝົດ 18 ໂຕ.

ເປັນຊ້າງແມ່ 10 ໂຕ ແລະ ຊ້າງຜູ້ 8 ໂຕ,

ມີບາງໂຕ ຕົກລົງຈາກພູເຂົາ ຫ່າງຈາກຈຸດເກີດເຫດ 100 ແມັດ ແລະ ບາງໂຕ ມີຮ່ອງຮອຍໄຟໄຫມ້ ຈາກຟ້າຜ່າ.

ປະຊາຊົນ ໃນເຂດບ້ານໃກ້ຄຽງ ໄດ້ນໍາເອົາ ດອກໄມ້ ທູບທຽນ ມາຮ່ວມເຮັດພິທີຝັງສົບ ບັນດາຊ້າງປ່າເຫຼົ່ານີ້, ນັບເປັນການສູນເສີຍອັນໃຫຍ່ຫຼວງ ຝູງຊ້າງ ທີ່ມີຈໍານວນນ້ອຍລົງ ຢູ່ປະເທດອິນເດຍ.
