ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ໄດ້ສະເໜີທີ່ກອງປະຊຸມ
ສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ຢູ່ ວໍຊິງຕັນ ດີຊີ, ສະຫະລັດໃຫ້ບັນດາປະເທດອາຊຽນ ແລະ ອາເມລິກາ ເພີ່ມທະວີການຮ່ວມມື ໃນການຄົ້ນຄວ້າ ແລະ ຜະລິດວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ-19 ແລະ ຢາປົວພະຍາດ ເພື່ອຮັບປະກັນການສະໜອງວັກຊິນຕ້ານໂຄວິດ-19 ຢູ່ພາກພື້ນອາຊຽນໃຫ້ທົ່ວເຖິງ,ພຽງພໍ ແລະ ສະເໝີພາບ,
ນອກນັ້ນ, ກໍຊຸກຍູ້ໃຫ້ອາເມລິກາສະໜັບສະໜູນແຜນວຽກຟື້ນຟູຮອບດ້ານອາຊຽນ ແລະ ສືບຕໍ່ເພີ່ມທະວີການຮ່ວມມືໃນການເຊື່ອມຈອດເສດຖະກິດພາກພື້ນໃຫ້ມີຄວາມຍືນຍົງ,
ຮັບປະກັນຕ່ອງໂສ້ການຜະລິດໃຫ້ມີຄວາມໂລ່ງລ່ຽນ, ສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຊຸກຍູ້ການຫັນເປັນດີຈິຕອນ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ ໃຫ້ມີປະສິດທິພາບ.
ໃນກອງປະຊຸມສຸດຍອດຄັ້ງນີ້, ຜູ້ນຳອາຊຽນ ແລະ ອາເມລິກາ ໄດ້ເຫັນດີໃນດ້ານຫຼັກການຍົກລະດັບການພົວພັນອາຊຽນ-ອາເມລິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ເຊິ່ງຈະຮັບຮອງເອົາຢ່າງເປັນທາງການ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ອາເມລິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2022.
ໃນໂອກາດນີ້, ຜູ້ນໍາອາຊຽນ ແລະ ອາເມລິກາ ກໍໄດ້ຮັບຮອງເອົາຖະແຫຼງການ ວິໄສທັດຮ່ວມອາຊຽນ-ອາເມລິກາ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ.
ທີ່ມາຂ່າວ: ວຽງຈັນທາຍ