ຊຽງຂວາງຈະເລັ່ງ ຜະລິດແລະ ກະກຽມສະບຽງອາຫານເພື່ອຮັບປະກັນໃຫ້ມີອາຫານພຽງພໍເພື່ອຮັບໃຊ້ງານກິລາແຫ່ງຊາດ ໃນທ້າຍປີນີ້
ທ່ານ ສົມສະໝອນ ຜະລິຈັນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ໃນວັນທີ19ພຶດສະພາ2022ນີ້ວ່າ:
ມາຮອດປັດຈຸບັນແຂວງຊຽງຂວາງມີ ຄວາມ ກຽມພ້ອມແລະຮັບປະກັນດ້ານສະບຽງອາຫານເປັນຕົ້ນແມ່ນເຂົ້າ,ພືດຜັກ, ໝາກໄມ້ ແລະ ສັດລ້ຽງ ເພື່ອສະໜອງໃຫ້ງານມະຫາກຳກິລາແຫ່ງຊາດຄັ້ງທີ11ທີ່ຊຽງຂວາງເປັນເຈົ້າພາບໃນທ້າຍປີນີ້ຫຼືຊຽງຂວາງເກມແລະຄາດວ່າຈະມີແຂກແລະນັກກິລາມວນຊົນເຂົ້າຮ່ວມປະມານ 10.000 ກວ່າຄົນ.
ທ່ານສົມສະໝອນຜະລິຈັນກ່າວຕື່ມວ່າ;ເພື່ອຄວາມໝັ້ນໃຈໃນການຕອບສະໜອງອາຫານຢ່າງພຽງພໍ ນັ້ນ,ພະແນກກະສິກໍາແລະປ່າໄມ້ແຂວງໄດ້ສືບຕໍ່ປຸກລະດົມ,ຊຸກຍູ້ແລະກວດກາຄືນວຽກງານກະສິກໍາທີ່ເປັນລະບົບໃຫ້ມີການຂະຫຍາຍຕົວ,
ປະຈຸບັນ,ພວກເຮົາມີກຸ່ມການຜະລິດ 561 ກຸ່ມ, ມີ 5 ສະຫະກອນ, 377 ກຸ່ມລ້ຽງສັດ, ມີ 74 ຟາມ, ຄາດວ່າສະບຽງອາຫານທີ່ຕ້ອງການຮັບໃຊ້ໃນງານກິລາມື້ໜຶ່ງປະມານ 14-15 ໂຕນແມ່ນພຽງພໍ, ສ່ວນທາດຊີ້ນແມ່ນໄດ້ກຽມທອມສັດໃຫຍ່ເປັນຕົ້ນແມ່ນງົວ, ຄວາຍ ປະມານເກືອບ10ພັນໂຕ,
ນອກນີ້ຍັງມີຟາມງົວ, ຟາມໝູ, ຟາມໄກ່, ໄກ່ໄຂ່ ແລະອາຫານຈໍານວນໜຶ່ງແມ່ນຈະນໍາເຂົ້າຈາກບັນດາແຂວງອ້ອມຂ້າງເພື່ອຮັບໃຊ້ໃນງານດັ່ງກ່າວ.
ທ່ານກ່າວຢັ້ງຢືນຕື່ມວ່າ:ຈາກບົດຮຽນໃນໄລຍະໂຄວິດ-19ລະບາດຜ່ານມາ,ພວກເຮົາໄດ້ສະໜອງຜັກ ແລະ ໝາກໄມ້ຕ່າງໆບໍລິໂພກພາຍໃນແຂວງຢ່າງພຽງພໍ ແລະ ຍັງສາມາດຜະລິດເປັນສິນຄ້າສົ່ງອອກໄປນະຄອນຫຼວງວຽງຈັນມື້ໜຶ່ງ50ກວ່າຖ້ຽວ.
ສະນັ້ນ,ຈິ່ງຮັບປະກັນໄດ້ວ່າພວກເຮົາມີ ຄວາມກຽມພ້ອມໃນການຕອບສະໜອງອາຫານໃຫ້ແກ່ງານກິລາແຫ່ງຊາດຄັ້ງທີ 11 ທີ່ຈະຈັດຂຶ້ນໃນທ້າຍປີ 2022 ນີ້ໄດ້ຢ່າງແນ່ນອນ.
ທີ່ມາ: CRI