ປກສ ບໍ່ໄດ້ຊີ້ແຈງເລື່ອງທີ່ ຮ້ອຍເອກລົມສະຫວັນ ໃຊ້ກຳລັງທຳ ຮ້ າ ຍ ປະຊາຊົນ

ຮ້ອຍເອກລົມສະຫວັນ ຈາກການໃຊ້ກຳລັງທຳຮ້າຍປະຊາຊົນ ການເປັນໂຮໂລ່ ເພື່ອຢຸດການອາລະວາດຂອງຄົນເມົາເຫຼົ້າເມົາຢາ

ແຕ່ສິ່ງທີ່ສັງຄົມເຫັນຄື ຮອ ລົມສະຫວັນຈະລູ່ເຂົ້າໄປຕີອ້າຍຕຸ້ຍເຖິງສອງຄັ້ງ ແລະ ກໍ່ໄດ້ໄປຕົບຫົວລາວຈົນລາວໂວຍວາຍແຕ່ໃນການສອບສວນ ຕຳຫຼວດຂຽນໃສ່ວ່າອ້າຍຕຸ້ຍເອົາພ້າໄປຟັນໂຕະບ່ອນເຮັດວຽກຂອງເຈົ້າໜ້າທີ່ ກະທຳຜິດເຊີ່ງໜ້າ ສາມາດຈັບກຸມໄດ້ ເປັນການກະທຳຜິດເຊີ່ງໜ້າ ບໍ່ຈຳເປັນຕ້ອງມີຄຳສັ່ງຈາກໄອຍະການຫຼືຈາກສານ ແຕ່ເຫດການນີ້ເຈົ້າໜ້າທີ່ຕຳຫຼວດກໍ່ຍັງບໍ່ມີຫຼັກຖານມາພິສູດວ່າຜູ້ກ່ຽວກະທຳແບບນັ້ນແທ້ຫຼືບໍ່

ແລະຂໍ້ກ່າວຫາວ່າອ້າຍຕຸ້ຍຍັງເສບຢາ ກໍ່ບໍ່ມີຫຼັກຖານເປັນຜົນກວດວ່າລາວເສບມາອ້າງອີງ ແລະ ລາວຊື້ນຳໃຜ ເອົາໂຕຜູ້ຂາຍຍັ້ງຢືນແລະມາຮັບໂທດນຳກັບລາວອ້າຍຕຸ້ຍເປັນຄູ່ກໍລະນີກັບເຈົ້າໜ້າທີ່ຕຳຫຼວດ ຕຳຫຼວດເປັນຄົນສອບສວນລາວ ຕຳຫຼວດບໍ່ແຈ້ງໃຫ້ລາວຮູ້ກ່ອນວ່າລາວມີສິດທີ່ຈະມີທະນາຍ ລາວມີສິດທີ່ຈະບໍ່ຕອບຄຳຖາມ ແລະ ລາວມີສິດທີ່ຈະປະກັນໂຕໄດ້ ເພາະການກະທຳຊ່ຳນີ້ຖືວ່າໂທດບໍ່ສູງ.

ແຕ່ຕຳຫຼວດຈັບລາວໃສ່ກັບມື ໃສ່ສຸດນັກໂທດ ແລ້ວສອບສວນລາວ ແລ້ວເອົາລາວໄປຂັງ ຫລັງຈາກນັ້ນຕຳຫຼວດກໍ່ມາຊີ້ແຈງ ໂດຍທີ່ບໍ່ມີຜູ້ຊື່ຂ່າວ ໄດ້ຊັກຖາມຂໍ້ສົງໃສຫຍັງເລີຍແບບນີ້ມັນຈະມີຄວາມໜ້າເຊື່ອຖຶຢູ່ບໍ ?
ທີ່ມາ:
