ພະພຸດທະຮູບທອງເຫຼືອງໜັກກວ່າ 300 ກິໂລ ຂະໜາດ 6 ສອກ 9 ນີ້ວ ແຕ່ສາມາດລອຍນ້ຳໄດ້

ມະຫັດສະຈັນ! ພະພຸດທະຮູບທອງເຫຼືອງໜັກກວ່າ 300 ກິໂລ ຂະໜາດ 6 ສອກ 9 ນີ້ວ ແຕ່ສາມາດລອຍນ້ຳໄດ້ ຢູ່ກາງບໍ່ນ້ຳ ວັດ ຕາດເຈັດຊໍ່ ຄວາມມະຫັດສະຈັນ ຂອງພະພຸດທະຮູບທງອເຫຼືອງ ທີ່ເກົ່າແກ່ກ່ວາ 100ປີ ໜັກ 300 ກິໂລ ສູງ 6 ສອກ 9 ນີ້ວ ລອຍນ້ຳໄດ້ ຢູ່ກາງບໍ່ ນ້ຳມົນ

ທີ່ມີເສັ້ນຜ່ານສູນກາງ 10 ແມັດ ສູງ 2 ແມັດ ທີ່ ວັດຕາດເຈັດຊໍ່ ຕຳບົນຕະຫຼາດກຣວດ ອຳເພີເມືອງ ຈັງຫວັດອ່າງທອງ, ເມື່ຶອຊາວບ້ານໄດ້ຍີນຂ່າວ ຕ່າງກໍ່ມາກາບໄຫ້ວຂໍພອນ ແລະ ຖ່າຍຮູບເອົາໄວ້ເບີ່ງເປັນສີລິມຸງຄຸນໄຫ້ກັບຕົນເອງ.ພຣະຄູ ພິບູນ ພັດທະນາພິມົນ ເຈົ້າອາວາດ ວັດຕາດເຈັດຊໍ່ ເລົ່າໄຫ້ຟັງວ່າ: ທາງວັດໄດ້ເອີ້ນຈັດງານປະຈຳປີ ລະວ່າງວັນທີ 1-3 ກຸມພາ ທາງວັດໄດ້ຕຽມການເຮັດນ້ຳມົນ ໄວ້ໄຫ້ປະຊາຊົນທີ່ເດີນທາງມາກາບໄຫ້ວ ໃນຊ້ວງງານປະຈຳປີ ຈື່ງໄດ້ເຮັດບໍ່ນ້ຳມົນຂະໜາດໃຫຍ່ ຂື້ນມາ ໂດຍນຳນ້ຳມົນມາຈາກ ປະເທດ ອິນເດຍ ເຂົ້າປະສົມ ເພື່ອຄວາມເປັນສິລິມຸງຄຸນ.

ພ້ອມນັ້ນໄດ້ເຮັດການ ອັນເຊີນພະພຸດທະຮູບເກົ່າແກ່ ປາງເປີດໂລກ ເນື້ອທອງເຫຼືອງ ອາຍຸກ່ວາ 100 ປີ ມີນ້ຳໜັກກ່ວາ 300 ກິໂລ ສູງ 6 ສອກ 9 ນີ້ວ ເຂົ້າປະດິດສະຖານກາງບໍ່ນ້ຳມົນ ໂດຍໄຊ້ຊາວບ້ານຈຳນວນ 14 ຄົນ ຫາມພະພຸດທະຮູບ ແຫ່ອັນເຊີນໄປຮອບວັດ ຈຳນວນ 3 ຮອບ ແລ້ວໄດ້ອັນເຊີນປະດິດສະຖານຕັ້ງໄວ້ຢູ່ບໍລິເວນກາງບໍ່ນ້ຳມົນ

ເພື່ອເຮັດພິທີຈະເລີນພະພຸດທະມົນ, ແຕ່ກໍເກີດ ສີ່ງມະຫັດສະຈັນຂື້ນ ທາມກາງສາຍຕາຂອງປະຊາຊົນທີ່ມາຮ່ວມງານ ຫຼັງພະພຸດທະຮູບທອງເຫຼືອງ ປາງເປີດໂລກ ໄດ້ລົ້ມລົງກາງ ບໍ່ນ້ຳມົນ ແລ້ວສາມາດລອຍນ້ຳໄດ້ຢ່າງໜ້າອັດສະຈັນໃຈ.

Related Posts

Leave a Reply

Your email address will not be published. Required fields are marked *