#ລົດຝັ່ງລາວຂ້າມມາເຕີມນ້ຳມັນຝັ່ງໄທແລ້ວບໍ່ຈ່າຍເງີນ.
#ສ້າງວິລະກຳຂ້າມປະເທດ.
ວັນນີ້ 28/6/22 ຜູ້ສື່ຂ່າວໄດ້ຮັບຮ້ອງຮຽນຈາກພະນັກງານປ້ຳນ້ຳມັນແຫ່ງຫນຶ່ງໃນເຂດເທດສະບານເມືອງຫນອງຄາຍ(ໄທ) ໂດຍພະນັກງານຄົນດັ່ງກ່າວໄດ້ນຳຄລີບວີດີໂອກ້ອງວົງຈອນປິດຂະນະທີ່ລົດຍົນ ກະບະສີຂາວ ປ້າຍທະບຽນ ກອ 5511 ກຳແພງນະຄອນ (ລາວ🇱🇦)

ຂັບເຂົ້າເຕີມນ້ຳມັນເມື່ອເວລາ 14:00 ໂມງ.
ຂອງມື້ວານນີ້ (27/6/22) ໃນລາຄາ 1,000 ບາດເມື່ອພະນັກງານປ້ຳນ້ຳມັນເຕີມນ້ຳມັນໃຫ້ເສັດ ລົດຄັນດັ່ງກ່າວໄດ້ຂັບລົດອອກໄປເລີຍໂດຍບໍ່ໄດ້ຈ່າຍຄ່ານ້ຳມັນ
ພາຍຫລັງເກີດເຫດພະນັກງານປ້ຳນ້ຳມັນຄົນດັ່ງກ່າວຕ້ອງໄປນັ່ງລໍທີ່ດ່ານ ຂົວມິດຕະພາບໄທ-ລາວ ແຫ່ງທີ1 ເພື່ອວ່າລົດຄັນດັ່ງກ່າວຈະເດີນທາງກັບ ສປປ.ລາວ

ຈະໄດ້ແຈ້ງໃຫ້ຮູ້ວ່າລືມຈ່າຍເງີນຄ່ານ້ຳມັນເພາະເງີນຈຳນວນດັ່ງກ່າວຫາກບໍ່ມີການຊຳລະ ພະນັກງານຄົນທີ່ເຕີມໃຫ້ຕ້ອງຮັບຜິດຊອບແທນ ຄອບຄົວຕ້ອງລຳບາກ.
ນັ່ງລໍຈົນເຖີງເວລາ 22:00ໂມງແຕ່ບໍ່ພົບລົດຄັນດັ່ງກ່າວນັ້ນ້ເລີຍ.
ຖ້າເຈົ້າຂອງລົດຄັນດັ່ງກ່າວເຫັນຂ່າວນີ້ແລ້ວໂອນເງີນມາຈ່າຍໃຫ້ພະນັກງານແດ່ເດີ (ເພາະທ່ານອາດຈະລືມກໍ່ເປັນໄດ້ ແຕ່ຖ້າເຫັນຂ່າວນີ້ແລ້ວໂອນມາຈ່າຍແດ່ເດີ.)ເງີນ1,000ບາດ
ຊົມຄລິບທີ່ລີ້ງ:
https://web.facebook.com/100012290672578/videos/983800825607295/
ຂໍ້ມູນຈາກ: ข่าวออนไลน์หนองคาย
#ไล่ตามกระแสข่าว