#ປະເທດສີລັງກາ🇱🇰 ເປັນຊາດທຳອິດຂອງອາຊີ ທີ່ກ້າວເຂົ້າສູ່ການເປັນປະເທດທີ່ລົ້ມລະລາຍຢ່າງສົມບູນ
ບໍ່ມີເງີນຈ່າຍຫນີ້ສິນ , ຂາດແຄນພະລັງງານ , ຂາດແຄນເງີນຕາ,ຂາດແຄນອາຫານ.
ຈາກການລາຍງານຂ່າວ dailynews,ສີລັງກາ ພວມຂາດແຄນ ນ້ຳມັນ ເຊື້ອໄຟ ຢ່າງໜັກ ຫລັງຈາກ ກະຊວງ ພະລັງງານ ສີລັງກາ ອອກແຈ້ງການດ່ວນ ໃນວັນທີ25 ມິຖຸນານີ້ວ່າ: ກຳປັ່ນ ຂົນສົ່ງ ນ້ຳມັນ ຫລາຍລຳ ບໍ່ໄດ້ເດີນທາງມາ ທຽບທ່າ ຕາມກຳນົດ ໂດຍບໍ່ແຈ້ງ ເຫດຜົນ ຢ່າງຈະແຈ້ງ.
ຂະນະທີ່ ກຳປັ່ນລຳລຽງ ນ້ຳມັນເຊື້ອໄຟ ອີກຫລາຍລຳ ປະຕິເສດ ຈອດທຽບທ່າ ດ້ວຍເຫດຜົນ ກ່ຽວກັບ ສະຖານະການ ທາງເງິນ ຂອງສີລັງກາ ຂະນະທີ່ ບໍລິສັດ Ceylon Petroleum Corporation ລັດວິສາຫະກິດ ດ້ານນ້ຳມັນເຊື້ອໄຟ ຂອງສີລັງກາ ຍັງບໍ່ສາມາດ ຄາດການໄດ້ວ່າ
ຈະໄດ້ຮັບ ນ້ຳມັນ ເຊື້ອໄຟໃໝ່ ຫລື ບໍ່ ແລະ ເມື່ອໃດ ໂດຍບໍລລິສັດ Ceylon Petroleum Corporation ຈຳເປັນຕ້ອງໂຈະ ການນດຳເນີນ ຂອງໂຮງກັ່ນ ທີ່ມີຢູ່ແຫ່ງດຽວ ເປັນການຊົ່ວຄາວ ທັງທີ່ມີ ການດຳເນີນການ ຮອບຫລ້າສຸດ ເມື່ອຕົ້ນເດືອນນີ້ ໂດຍໃຊ້ນ້ຳມັນດິບ 90.000ໂຕນຂອງຣັດເຊຍ ຊື້ຜ່ານນາຍໜ້າ ທີ່ນະຄອນນດູໄບ
ໃນສະຫະນະຄອນ ເອເມເຣັດ ອາຣັບ ແລະ ບໍລິສັດ ດັ່ງກ່າວ ຍັງມີໜີ້ ຄ້າງຈ່າຍ ຫລາຍກວ່າ700 ລ້ານໂດລາສະຫະລັດ.
ຂະນະນີ້ທ່ານ Ranil Wickremesinghe,ນາຍົກລັດຖະມົນຕີ ສີລັງກາ ຖະແຫລງ ແບບກົງໄປກົງມາ ເມື່ອບໍ່ດົນມານີ້ວ່າ:
ເສດຖະກິດ ຂອງປະເທດ ພວມກ້າວເຂົ້າສູ່ສະພາວະ ລົ້ມລະລາຍ ຢ່າງສົມບູນ ເນື່ອງຈາກ ບໍ່ມີງົບປະມານ ນຳເຂົ້າ ນ້ຳມັນເຊື້ອເພີງ ແລະ ອາຫານ ໃຫ້ພຽງພໍກັບ ຄວາມຕ້ອງການ ຂອງປະຊາກອນ ພາຍໃນປະເທດ ເກືອບ 22 ລ້ານຄົນ.