ຂ່າວທົ່ວໄປ

ຂ່າວດ່ວນ! ວັນທີ 21 ພຶດສະພາ 2021 ໄດ້ເກີດມີແຜນດິນໄຫວ ວັດຄວາມແຮງສູງສຸດໄດ້ 6.4 ຣິກເຕີ້ ຢູ່ເມືອງຕ້າຫຼີ່ ມົນທົນຢູນານ ສປ ຈີນ

ໃບໃນເວລາ ແຕ່ 20:30-24:00 ຂອງວັນທີ 21 ພຶດສະພາ 2021 ໄດ້ເກີດມີແຜນດິນໄຫວ ວັດຄວາມແຮງສູງສຸດໄດ້ 6.4 ຣິກເຕີ້ ຢູ່ເມືອງຕ້າຫຼີ່ ມົນທົນຢູນານ ສປ ຈີນ

ເຮັດໃຫ້ປະຊາຊົນ ຫຼາຍພັນຄົນ ຕ້ອງອອກມານອນ ໃນສະຖານທີ່ໂລ່ງ ເນື່ອງຈາກມີ Aftershock ແຜ່ນດິນໄຫວນ້ອຍ ຫຼາຍເທື່ອຕິດຕາມມາ ປະຊາຊົນ ມີຄວາມກັງວົນ ຢ້ານຕຶກອາຄານສູງພັງລົງມາ.

ໃນເວລາ 01:04 ຂອງວັນເສົາ ທີ່ 22.05.2021 ໄດ້ເກີດມີແຜ່ນດິນໄຫວຂຶ້ນຕື່ມ ຢູ່ມົນທົນ ຊິງໄຫ່ ສປ ຈີນ ວັດລະດັບຄວາມແຮງໄດ້ 7.4 ຣິກເຕີ້, ເຮັດໃຫ້ຊາວເມືອງ ອອກມາໂຮມໂຕກັນ ນອກອາຄານສູງ.

ຈາກເຫດການແຜ່ນດິນໄຫວ ດັ່ງກ່າວ ເບື້ອງຕົ້ນ ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບ 9 ຄົນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button