ຂ່າວທົ່ວໄປ

ດ່ວນ! ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ໄມສີ ອາຍຸ 23 ປີ ທີ່ໂພດຂ່າວປອມ”ຍົນຕົກເມືອງຊຽງເງິນ ແຂວງຫຼວງພະບາງ”

ເຈົ້າໜ້າທີ່ຢືນຢັນ ຄຼິບຍົນຕົກ ຢູ່ເມືອງຊຽງເງິນ ທີ່ອອກເຜີຍແຜ່ ໃນTikTok ເປັນຄຼິບປອມ+ ໃນວັນທີ 17 ພຶດສະພາ ຜ່ານມາ, ໄດ້ມີຄຼິບເຫດ ການຍົນໂດຍສານ ຕົກຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ໃນ TikTok ທີ່ເຜີຍແຜ່ອອກສູ່ສື່ສັງ ຄົມອອນລາຍ ແລະ ມີຍອດໄລຍອດແຊ໌ເປັນຈໍານວນຫຼວງຫຼາຍ ເຮັດໃຫ້ສາຍການບິນຂອງ ສປປ ລາວ ມີຜົນກະທົບດ້ານຄວາມປອດໄພ ກັບສາຍການບິນອື່ນໆຂອງຕ່າງປະເທດ,ຜ່ານການສືບສວນ -ສອບສວນ ກ່ຽວເຫດການຍົນຕົກທີ່ເຜີຍແຜ່ອອກມານັ້ນ ແມ່ນບໍ່ມີມູນຄວາມຈິງ.

+ ພັທ ສິງແກ້ວ ວົງພະຈັນ ຫົວໜ້າພະແນກຕຳ ຫຼວດສືບສວນຄະດີອາຍາ ກົມຕໍາຫຼວດສືບສວນ- ສອບສວນ ໄດ້ກ່າວຕໍ່ນັກຂ່າວໜັງສືພິມຄວາມສະ ຫງົບ ໃນວັນທີ 21 ພຶດສະພາ 2021 ວ່າ: ພາຍຫຼັງ ຄຼິບດັ່ງກ່າວ ໄດ້ເຜີຍແຜ່ອອກມາສູ່ສັງຄົມ, ເຈົ້າໜ້າ ທີ່ວິຊາສະເພາະ ກໍໄດ້ຕິດຕາມຕົວຫາຜູ້ໂພດຄຼິບດັ່ງກ່າວ ລົງສື່ອອນລາຍ ແລະ ຮູ້ວ່າເພຈ TikTok ດັ່ງກ່າວ ແມ່ນຊື່ @maisee 4433, ຜ່ານການຕິດ ຕາມຢ່າງເອົາໃຈໃສ່ ກໍຮູ້ວ່າເຈົ້າຂອງ TikTok ໄດ້ພັກເຊົາ ຢູ່ຫ້ອງແຖວເຂດບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມາໃນວັນທີ 20 ພຶດສາພາ 2021 ກໍສາມາດກັກຕົວຜູ້ກ່ຽວ ມາສອບສວນ; ຜ່ານການສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວ ຊື່ ທ້າວ ໄມສີ ອາຍຸ 23 ປີ ເປັນຄົນຢູ່ບ້ານເມືອງຈໍາ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ແລ້ວມາພັກເຊົາຢູ່ບ້ານພະຂາວ ແລະ ຜູ້ກ່ຽວ ຍັງຮັບວ່າ ເຫດ ການທີ່ຕົນໂພດລົງ TikTok ໃນຄັ້ງວັນທີ 17 ພຶດ ສະພາ 2021 ວ່າເກີດເຫດຍົນບັນທຸກຜູ້ໂດຍສານຕົກຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ແມ່ນບໍ່ມີມູນຄວາມຈິງ, ຕົນເຮັດເພື່ອຢາກໄດ້ຍອດໄລ,ຍອດແຊເທົ່ານັ້ນ.

+ ທ່ານ ບຸນແຕ່ງ ສີມູນ ຮອງຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ ກ່າວຕື່ມວ່າ: ພາຍຫຼັງຄຼິບດັ່ງກ່າວ ໄດ້ເຜີຍແຜ່ອອກສື່ອອນລາຍ ບໍ່ຮອດມື້ ໄດ້ມີບັນສາຍການບິນຕ່າງໆ ຂອງຕ່າງປະເທດ ຕໍານິສົ່ງຂ່າວມາຫາສາຍການບິນຂອງ ສປປ ລາວ ແລະ ພວກເພີ່ນ ຍັງຕໍານິວ່າ ສາຍການບິນຂອງພວກເຮົາ ບໍ່ມີມາດຕະຖານຄວາມປອດໄພ; ດັ່ງນັ້ນ, ພວກເຮົາ ຈຶ່ງກວດສອບຢ່າງລະອຽດວ່າມີເຫດການດັ່ງກ່າວເກີດຂຶ້ນແທ້ ຫຼື ບໍ່; ຜ່ານການກວດສອບໃນວັນທີ 17 ພຶດສະພາ ຢູ່ນານຟ້າຂອງລາວ ມີສາຍການບິນ ໄດ້ບິນຜ່ານທັງໝົດ 160 ກວ່າຖ້ຽວບິນ, ຍົນທັງໝົດທີ່ບິນຜ່ານ ແມ່ນປົກກະຕິ ແລະ ບໍ່ມີຖ້ຽວບິນໃດແຈ້ງເຫດສຸກເສີນ; ດັ່ງນັ້ນ, ພວກເຮົາ ຈຶ່ງຮູ້ວ່າຄຼິບເຫດການຍົນຕົກຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ແມ່ນຄຼິບປອມ; ສະນັ້ນ, ຈຶ່ຮຽກຮ້ອງມາຍັງສັງຄົມ ໂດຍສະເພາະຜູ້ໃຊ້ສື່ສັງຄົມອອນລາຍ ຈົ່ງເສບຂ່າວຢ່າງມີສະຕິ, ເມື່ອທ່ານຮູ້ວ່າ ເຫດດັ່ງກ່າວເປັນຂ່າວປອມກໍບໍ່ຄວນນຳມາໂພດລົງ ຫຼື ແຊ໌ເມື່ອບັນດາທ່ານແຊ໌ໄປທ່ານຈະເປັນຜູ້ໜຶ່ງ ທີ່ສ້າງຄວາມວຸ້ນວາຍສັບສົນໃຫ້ແກ່ສັງຄົມ, ຊ້ຳບໍ່ໜຳຍັງສ້າງຄວາມເຊື່ອມເສຍໃຫ້ກັບປະເທດຊາດ.

+ ເຈົ້າໜ້າທີ່ຕໍາຫຼວດ ຍັງໃຫ້ຮູ້ອີກວ່າ: ຕໍ່ກັບທ້າວ ໄມສີ ນັ້ນ ແມ່ນໄດ້ສຶກສາອົບຮົມກ່າວຕັກເຕືອນ, ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ, ຫາກມີການກະທຳຜິດກ່ຽວກັບການສ້າງສະຖານະການ ຫຼື ໂພດຂ່າວທີ່ບໍ່ມີມູນຄວາມຈິງລົງສື່ອອນລາຍອີກ ຈະຖືກດຳເນີນຄະດີຕາມລະບຽບກົດໝາຍ.

ພາບ-ຂ່າວ: ຈັນສະໝອນ ໝຶ່ນສີ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button