ຂ່າວທົ່ວໄປ

ປີ 2021 ລັດ​ຖະ​ບານ​ໄດ້​ຕັ້ງ​ເປົ້າ​ປູກ​ຕົ້ນ​ໄມ້​ໃຫ້​ໄດ້ 36.950 ເຮັກ​ຕາ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ

👏 ປີ 2021 ລັດ​ຖະ​ບານ​ໄດ້​ຕັ້ງ​ເປົ້າ​ປູກ​ຕົ້ນ​ໄມ້​ໃຫ້​ໄດ້ 36.950 ເຮັກ​ຕາ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ,

ໃນນັ້ນປູກເພື່ອປົກປັກຮັກສາສິ່ງແວດລ້ອມ ໃຫ້ໄດ້ 5.500 ເຮັກຕາ, ປູກໄມ້ເປັນສິນຄ້າ ໃນຂອບ ເຂດປ່າຜະລິດ ໃຫ້ໄດ້ ຈໍານວນ 27.500 ເຮັກຕາ ແລະ ປູກຕາມທີ່ດິນຂອງປະຊາຊົນ ຈໍານວນ 3.590 ເຮັກຕາ ໂດຍມອບໃຫ້ພາກສ່ວນກ່ຽວຂ້ອງທັງພາກລັດ-ເອກະຊົນ ແລະ ປະຊາຊົນຈັດພິທີປູກ ແບບກະທັດຮັດ, ປະຢັດມັດທະຍັດ ພ້ອມທັງປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫຼງຂ່າວໃນວັນທີ 19 ພຶດສະພາ 2021 ທີ່ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ:

ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາທີ່ຈະມາເຖິງນີ້, ການຈັດພິທີປູກຕົ້ນໄມ້ໃນປີນີ້ ແມ່ນມອບໃຫ້ພາກ ສ່ວນກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ຈົ່ງພ້ອມກັນຈັດພິທີປູກໄມ້ ໃຫ້ກະທັດ ຮັດ, ເບົາບາງ, ປະຢັດ ມັດທະຍັດ ແຕ່ໃຫ້ຮັບປະກັນທາງດ້ານເນື້ອໃນ ແລະ ຄວາມເປັນລະບຽບຮຽບ ຮ້ອຍຮອບດ້ານ ເນື່ອງຈາກມີຄວາມສ່ຽງ ຂອງພະຍາດໂຄວິດ-19 ຈຶ່ງໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ປະ ຕິບັດມາດຕະການ ສະກັດກັ້ນ, ຕ້ານ ແລະ ປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ລັດຖະ ບານວາງອອກຢ່າງເຂັ້ມງວດ.

ປ່າໄມ້ແມ່ນຊັບພະຍາກອນ ອັນລ້ຳຄ່າຂອງຊາດ ທີ່ສ້າງລະບົບນິເວດສະເພາະ ຊຶ່ງປະກອບດ້ວຍ ຊີວະນາໆພັນ, ແຫຼ່ງນ້ຳ ແລະ ທີ່ດິນ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງໂດຍມີຕົ້ນໄມ້ນາໆຊະນິິດ ທີ່ເກີດຂຶ້ນຕາມທຳມະຊາດ ຫຼື ປູກຂຶ້ນ ມາຮອດປັດຈຸບັນ ສປປ ລາວ ມີເນື້ອທີ່ປົກຫຸ້ມປ່າໄມ້ປະ ມານ 62% ຂອງເນື້ອທີ່ທົ່ວປະທດ ຊຶ່ງມີອັດຕາສູງສົມຄວນ ຖ້າທຽບໃສ່ບັນດາປະເທດໃນພາກພື້ນ ແລະ ສາກົນ ຊຶ່ງມີຄວາມສໍາຄັນທີ່ສຸດຕໍ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງ ອ້ອມ ເປັນຕົ້ນການພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ ເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ, ອ່າງ ເກັບນ້ຳເພື່ອການກະສິກຳ, ການຜະລິດເປັນສິນຄ້າ, ການຄົມມະນາຄົມ, ການຂຸດຄົ້ນຊັບພະຍາກອນປ່າ ໄມ້ ແລະ ເຄື່ອງປ່າຂອງດົງແບບຍືນຍົງ ຊຶ່ງໄດ້ປະກອບສ່ວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກເປັນກ້າວໆ ດັ່ງປະທານ ໄກສອນ ພົມວິຫານ ຜູ້ທີ່ແສນເຄົາລົບຮັກ ຂອງພວກເຮົາ ໄດ້ເວົ້າໄວ້ວ່າ: “ປ່າໄມ້ຄືຄໍາຂຽວຂອງຊາດ”.

ຄຽງຄູ່ໄປກັບການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ ຕາມທິດສີ ຂຽວ ແລະ ຍືນຍົງດັ່ງຄຳຂວັນທີ່ວ່າ: “ປູກຕົ້ນໄມ້ໃນວັນນີ້ ຈະມີຊີວິດທີ່ດີໃນວັນໜ້າ ປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອພັດທະນາປະເທດຊາດ” ແລະ “ຈົ່ງຊ່ວຍກັນປູກຕົ້ນໄມ້ ແລະ ຟື້ນຟູປ່າໄມ້ໃຫ້ມີຄວາມອຸດົມສົມບູນ ເພື່ອເປັນສິນຄ້າ ແລະ ປະກອບສ່ວນ ໃນການປົກປັກຮັກສາ ສິ່ງແວດລ້ອມ, ຫຼຸດຜ່ອນມົນລະພິດທາງ ອາກາດ”.

ຂ່າວ-ພາບ: ສຸກ​ສະ​ຫວັນປະຊາຊົນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button