ໜີ້ສິນສາທາລະນະຂອງ ສປປ ລາວ ເພີ່ມຂື້ນ 16%ໜີ້ສ່ວນໃຫຍ່ມາຈາກບໍລິສັດໄຟຟ້າລາວ ກວມຫຼາຍກວ່າ 30%
ຂອງຍອດໜີ້ສະສົມທັງໝົດພາບລວມໜີ້ສິນສາທາລະນະ ແລະ ຄໍ້າປະກັນຂອງລັດຖະບານລາວໃນປີ 2021 ມີດັ່ງນີ້:
– ໜີ້ສິນຕ່າງປະເທດມູນຄ່າ 116,677 ຕື້ກີບ ຄິດເປັນ 63% ຂອງ GDP
– ໜີ້ສິນພາຍໃນ ມູນຄ່າ 23,234 ຕື້ກີບ 13% ຂອງ GDP
– ໜີ້ສິນຄໍ້າປະກັນຂອງລັດຖະບານ ມູນຄ່າ 22,713 ຕື້ກີບ ຄິດເປັນ 12% ຂອງ GDP(ລວມໜີ້ທັ້ງຫມົດມີມູນຄ່າ 162,625 ຕື້ກີບ ຄິດເປັນ 88% ຂອງ GDP)
– ປະເທດທີ່ ສປປ ລາວ ມີໜີ້ຫຼາຍສຸດຄື ສປ ຈີນ
– ອົງກອນທີ່ປະເທດລາວມີໜີ້ຫຼາຍສຸດຄື ທະນາຄານພັດທະນາອາຊີ (ADB) ມູນຄ່າ 902 ລ້ານໂດລາ
– ໜີ້ສິນທັງໝົດຂອງປະເທດສ່ວນຫຼາຍແມ່ນໜີ້ສິນຕ່າງປະເທດ, ສ່ວນໃຫຍ່ມາຈາກຂະແໜງພະລັງງານ ໂດຍສະເພາະບໍລິສັດໄຟຟ້າລາວ (EDL) ກວມເອົາຫຼາຍກວ່າ 30% ຂອງຍອດໜີ້ສິນສະສົມທັງໝົດ
– ການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງຫນີ້ສິນສາທາລະນະແລະໜີ້ຄໍ້າປະກັນໂດຍລັດຖະບານ ສ່ວນໃຫຍ່ແມ່ນຍ້ອນການຫຼຸດລົງຢ່າງຫຼວງຫຼາຍຂອງເງິນກີບ (ໃນປີ 2021 ເງິນກີບອ່ອນຄ່າ 20% ທຽບປີຜ່ານມາ) ແລະ ການອອກພັນທະບັດພາຍໃນເປັນຈໍານວນຫຼວງຫຼາຍ
ທີ່ມາ: ກະຊວງການເງິນ ແລະ ທະນາຄານໂລກ
cr: 10STORY