ແຊຣເຕືອນ ສັ່ງເຄື່ອງອອນໄລ ສຸດທ້າຍໄດ້…

ມີໃຜຮູ້ຈັກກັບນາງສົມຄົນນີ້ ຊ່ວຍທັກມາບອກແດ່ເດີ ນາງສົມຄົນນີ້ລາວຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ເຂດປາກຊອງລະຫານ້ຳ.

ເຫດຜົນກໍ່ຄືວ່າ :ລາວໄດ້ລົງໂຟດຂາຍໂທລະສັບ ມືຖື ຂອ້ຍເຫັນ ລາວເອົາລົງກໍ່ຄິດຢາກໄດ້ ຈີ່ງໄດ້ຖາມຊື້ໂທລະສັບນຳລາວ .

ລາວກໍ່ໄດ້ຕົກລົງຂາຍໃນລາຄາ 5ແສນກີບ ນອກຈາກໄດ້ຕົກລົງຊື້ຂາຍກັນແລ້ວ ລາວໃຫ້ຂອ້ຍໂອນເງິນໄປໃຫ້ລາວກ່ອນ ຂອ້ຍກໍ່ໄດ້ໂອນເງິນໄປໃຫ້ຕາມຈຳນວນ ທີ່ໄດ້ຕົກລົງນຳກັນ.

ພາຍຫລັງໂອນເງິນໄປໃຫ້ແລ້ວ ລາວກໍ່ເອົາໂທລະສັບໄປຝາກນຳບໍລິສັດ ກຽງໄກ ສາຂາປາກຊອງ ເມືອງສອງຄອນ ແຂວງສະຫວັນນະເຂດ ໃນຕອ່ນບາຍຂອງວັນທີ່21/5/2021.

ເມື່ອມາຮອດວັນທີ່ 22/5/2021 ທາງບໍລິສັດກຽງໄກ ສາຂາທ່າແຂກ ເພິ່ນໄດ້ໂທຫາໃຫ້ຂອ້ຍໄປເອົາຂອງຝາກ ຂອ້ຍກໍ່ໄດ້ເດີນທາງ ແຕ່ເມືອງມະຫາໄຊ ເພື່ອໄປເອົາເຄື່ອງຝາກ ໄລຍະທາງ 40ກິໂລແມັດ.

ພໍໄປເຖິງບໍລິສັດກຽງໄກ ທ່າແຂກ ກໍ່ໄດ້ຮັບເອົາເຄື່ອງນຳບໍລິສັດ ມາແກະເບິ່ງໃນກັອງທີ່ລາວຝາກມາກໍ່ບັງເອີ່ນວ່າ .ທາງໃນເປັນແຄ່ ກວດ ຄາລາບາວ ເກົ່າໆ ຄືຢູ່ໃນຮູບນັ້ນລະ.
ສະນັ້ນຈີ່ງຂໍວອນໝູ່ເພື່ອນທັງຫຼາຍ ໃຫ້ລະຫວັງຜູ້ຍິງຄົນນີ້ ເພາະວ່າເປັນຄົນບໍ່ດີໃນສັງຄົມບ້ານເມືອງເຮົາ ຖ້າໃຜຮູ້ກັບລາວ.

ຊອ່ຍບອກໃຫ້ລາວ ອອກມາຮັບຜິດຊອບ ຂໍໂທດໂດຍດີສາ ເລື່ອງມັນຈະໄດ້ຈົບໄປດວ້ຍດີ
ທີ່ມາ ໃຜມີຂໍ້ຂອງໃຈເຊີນຕິດຕໍ່ເຟສປຸດຂ້າງລຸ່ນນີ້.
