ຖ້ຳພະແຂວງຊຽງຂວາງ ທີ່ປະດິດສະຖານຂອງພະພຸດທະຮູບອາຍຸເກົ່າແກ່ກວ່າ 1200 ປີ

ຖ້ຳພະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳຂອງແຂວງຊຽງຂວາງ ເຊິ່ງຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນປະມານ 48 ກິໂລແມັດ ແລະ ຫ່າງຈາກເຂດໜອງຕັ່ງປະມານ 3 ກິໂລແມັດໄປຕາມເສັ້ນທາງເລກທີ 7, ກາຍໜອງຕັ່ງໄປ 100 ແມັດແລ້ວລ້ຽວຊ້າຍເຂົ້າໄປ 3 ກິໂລແມັດ

ກໍ່ເຖິງຖ້ຳດັ່ງກ່າວ.ຖ້ຳພະມີຄວາມເລິກປະມານ 150 ແມັດ, ຈາກປາກຖ້ຳເຂົ້າໄປທາງໃນປະມານ 12 ແມັດ ທ່ານຈະພົບພະອົງໃຫຍ່ປາງໜຶ່ງ ສູງປະມານ 4.2 ແມັດ, ໜ້າເອິກກວ້າງປະມານ 1.8 ແມັດ ແລະ ບໍລິເວນຫົວເຂົ່າກວ້າງປະມານ 3.2 ແມັດ.

ຈາກນັ້ນ, ເມື່ອຍ່າງຖັດຈາກພະໃຫຍ່ເຂົ້າໄປຕື່ມອີກ 55 ແມັດ ກໍ່ຈະພົບກັບພະປາງນ້ອຍຫຼາຍກວ່າ 280 ອົງ ຢູ່ຕາມຝາດ້ານຂ້າງຂອງຖ້ຳໄດ້ຈາລຶກຮູບຂອງບັນດາຜູ້ນຳທາງສາດສະໜາພຸດຈຳນວນ 13 ທ່ານ ແລະ ຢູ່ດ້ານລຸ່ມຮູບກໍ່ໄດ້ຂຽນຊື່ຂອງແຕ່ລະອົງເປັນພາສາຂອມ.ພ້ອມດຽວກັນນັ້ນ, ກໍ່ຍັງມີຮູບທີ່ສະແດງໃຫ້ເຫັນການດຳລົງຊີວິດຂອງພະສົງໃນສະໄໝດັ່ງກ່າວຕິດຢູ່ຕາມຝາຖ້ຳເຊັ່ນກັນ, ຈາກໜັງສືຂອມ ແລະ ຄຳພີໃບລານໃນສະຖານທີ່ດັ່ງກ່າວ ຈຶ່ງເຮັດໃຫ້ຮູ້ວ່າ ພະພຸດທະຮູບເຫຼົ່ານີ້ໄດ້ຖືກສ້າງຂຶ້ນໃນວັນເສົາ ເດືອນ 11 ເພັງ ປີ ຈສ 145 ຫຼື ປະມານ 1200 ກວ່າປີທີ່ຜ່ານມາ ເຊິ່ງເປັນໄລຍະທີ່ສາສະໜາພຸດມີຄວາມຈະເລີນຮຸ່ງເຮືອງທີ່ສຸດ

Related Posts

Leave a Reply

Your email address will not be published. Required fields are marked *