ແຊຣ໌ໄວ້ເລີຍ ! ປຸກເຮືອນວັນໃດ ເດືອນໃດດີ ! ຄວາມເຊື່ອບູຮານ !

ວັນປຸກເຮືອນ.
1, ປຸກເຮືອນວັນອາທິດ ຈະເກີດທຸກອຸບາດ.
2, ປຸກເຮືອນວັນຈັນ ເຮັດແລ້ວສອງເດືອນຈະໄດ້ຜ້າຜ່ອນ ແລະ ຂອງຂາວເຫຼືອງເປັນທີ ພໍໃຈ.
3, ປຸກເຮືອນວັນອັງຄານ ເຮັດແລ້ວສາມວັນຈະໄດ້ເກີດອັນຕະລາຍຈາກໄຟຈະໄໝ້ ຫຼື ຈະເຈັບໄຂ້.
4, ປຸກເຮືອນວັນພຸດ ຈະໄດ້ລາພະ ເຄື່ອງອຸປະໂພກ ມີຜ້າຜ່ອນເປັນຕົ້ນ.
5, ປຸກເຮືອນວັນພະຫັດ ຈະເກີດສຸຂກາຍ ສະບາຍໃຈ ເຮັດແລ້ວ ຫ້າເດືອນຈະໄດ້ໂຊກລາພະຫຼາຍ.
6, ປຸກເຮືອນວັນສຸກ ຄວາມທຸກ ແລະ ຄວາມສຸກເທົ່າກັນ ເຮັດແລ້ວສາມເດືອນຈະໄດ້ລາພະເລັກນ້ອຍ.
ເດືອນປຸກເຮືອນ.
1, ປຸກເຮືອນເດືອນອ້າຍ (ຈຽງ) ທ່ານວ່າຈະທຳມາຄ້າຂຶ້ນ ຈະໄດ້ເປັນເສດຖີ ເພາະກິດຈະການຄ້າຂາຍນັ້ນແລ.
2, ປຸກເຮືອນເດືອນຍີ່ ທ່ານວ່າດີ ຈະເກີດລາພະຫຼາຍ ທຸກຈະກາຍເປັນສຸກ ສັດຕຣູຈະກາຍເປັນມິດ.
3, ປຸກເຮືອນເດືອນ ໓ ມັກຈະເກີດໄພ ມິດ ສະຫາຍ ຍາດພີ່ນ້ອງ ຈະກາຍເປັນສັດຕູ.
4, ປຸກເຮືອນເດືອນ ໔ ຈະເກີດໂຣຄະໄພໄຂ້ເຈັບ ບໍ່ມີຄວາມສຸຂກາຍສະບາຍໃຈ.
5, ປຸກເຮືອນເດືອນ ໕ ຈະເກີດໂຣຄະໄຂ້ເຈັບ ບໍ່ມີຄວາມສຸຂກາຍສະບາຍໃຈ.
6, ປຸກເຮືອນເດືອນ ໖ ຈະບໍລິບູນດ້ວຍສັບສິນເງິນທອງ ມິດສະຫາຍມາກນັກແລ.
7, ປຸກເຮືອນເດືອນ ໗ ຈະເສື່ອມຍົດເສຍອຳນາດ ຈະເປັນຖ້ອຍຄວາມໃນໂຮງສານເສັຍສັບສິນເງິນທອງ ຫຼື ໄຟຈະໄໝ້ເຮືອນແລ.
8, ປຸກເຮືອນເດືອນ ໘ ຈະຮ້ອນໃຈ ຊັບທີ່ຫາມາໄດ້ ຈະເກັບໄວ້ບໍ່ຄົງທົນ
9, ປຸກເຮືອນເດືອນ ໙ ຈະມີຄວາມສຸຂກາຍສະບາຍໃຈ ມີອາຍຸຍືນນານ ຊັບສິນທີ່ຍັງບໍ່ມີກໍ່ຈະມີ ທີ່ມີແລ້ວກໍ່ຈະຫຼາຍຍິ່ງຂຶ້ນ.
10, ປຸກເຮືອນເດືອນ ໑໐ ໂຣຄະພະຍາດ ຈະບຽດບຽນ ຮ່າງກາຍຈະຖືກຈ່ອງຈໍາທຳໂທດ.
11, ປຸກເຮືອນເດືອນ ໑໑ ຈະເກີດທຸກໄພອັນຕະລາຍຕ່າງໆ ຈະມີຄົນກ່າວຫາເຖິງກັບຕ້ອງໂທດນັກແລ
12, ປຸກເຮືອນເດືອນ໑໒ ຈະໄດ້ຊັບສິນເງິນທອງເຂົ້າຂອງຈະມີຄົນໃຊ້ຊາຍຍິງຊື່ສັດດີນັກແລ.
(ຈາກໜັງສືມໍຣະດົກວັດທະນະທຳລ້ານຊ້າງ)