ຂ່າວທົ່ວໄປ
ຊົມເຊີຍ ທີ່ຊ່ວຍເຫຼືອແມ່ຕູ້ພອນ ຢູ່ຕົວຄົນດຽວອາຍຸ90ປາຍປີ

ມື້ວານເອົາເຄື່ອງໄປຊ່ວຍພໍ່ຕູ້ແມ່ຕູ້ຢູ່ວອນບ້ານນາເລົາ ເມືອງໂພນໂຮງ ກະໄດ້ເອົາເຂົ້າກັບໄຂ່ໄປແຈກໃຫ້ກັບອີກ3ຄອບຄົວທີ່ລຳບາກຢູ່ໃນເມືອງດຽວກັບພໍ່ຕູ້ແມ່ຕູ້ວອນ

ແຕ່ໄປແລ້ວຮູ້ສືກນ້ຳຕາຊືມນຳແມ່ນ ແມ່ຕູ້ພອນເປັນຕາອີ່ຕົນເພີ່ນແຮງແມ່ຕູ້ພອນຢູ່ຕົວຄົນດຽວອາຍຸ90ປາຍປີ ປ່ວຍເປັນອຳມະພາດໄໝໄດ້ເອົາເຂົ້າກັບໄຂ່ໄປໃຫ້ແມ່ຕູ້ກະທັ້ງອວຍພອນທັ້ງໄຫ້ອີ່ຕົນລາວແຮງ

ຍັງໂຊກດີທີ່ທາງການບ້ານເພີ່ນກະຄ່ອຍດູແລເພີ່ນຢູ່ ຖ້າໄດ້ໄປທາງນັ້ນອີກກະຊີເຂົ້າໄປຊ່ວຍເພີ່ນອີກຕ້ອງຂອບໃຈຫ້ອງການບ້ານ ບ້ານນາເລົາທີ່ໃຫ້ຄວາມສະດວກທຸກຢ່າງແລະພາໄປແຈກ4ຄອບຄົວຕອນແລກເພີ່ນແຈ້ງມາວ່າມີ8ແຕ່ຕາມຫຼັງເພີ່ນໄດ້ຕັດເຫຼືອ4ເພາະອີກ4ຄອບຄົວກະເຈົ້າບໍ່ຢູ່

ທີ່ມາ
