ແຊຣ໌ຕໍ່ໆ ອຸຕຸເຕືອນ ໃຫ້ເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງ

ເຝົ້າລະວັງ! ອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກລົມພັດແຮງອຸຕຸເຕືອນ ໃຫ້ເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງ:

ໃນໄລຍະວັນທີ 24 – 30 ພຶດສະພາ 2012 ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດ ຮ້ອນເອົ້າທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້

Related Posts

Leave a Reply

Your email address will not be published. Required fields are marked *