ຈຳປາສັກ ຈະໃຊ້ງົບ 9 ຕື້ໂດລາ ພັດທະນາໂຄງການ ເຂດເສດຖະກິດໃໝ່ສີພັນດອນ

ຈະໃຊ້ງົບ 9 ຕື້ໂດລາສະຫະລັດ ພັດທະນາໂຄງການ ເຂດເສດຖະກິດໃໝ່ສີພັນດອນ
ວັນທີ 20 ພຶດສະພາ 2021, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກພ້ອມຄະນະໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ໂຄງການເຂດພັດທະນາເສດຖະກົດໃຫມ່ສີ ທຶນດອນ, ເມືອງໂຂງ, ແຂວງຈໍາປາສັກ

ໂດຍມີທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ, ມີທ່ານຮອງເຈົ້າແຂວງຈໍາປາສັກ, ບັນດາການນໍາພະແນກການຂອງແຂວງ ແລະເມືອງໂຂງ, ຄະນະຄຸ້ມຄອງເຂດເສດຖະກົດພິເສດແຂວງຈໍາປາສັກມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.່
ທ່ານ ວິນເຊັນ ລີ ປະທານບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນມີມູນຄ່າການລົງທຶນທັງຫມົດ 9 ຕື້ໂດລາ ສະຫະລັດ, ໃນນັ້ນເປັນການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງມູນຄ່າ 1,3 ຕື້ໂດລາສະຫະລັດ ທີ່ເປັນການລົງທຶນຂອງຜູ້ພັດທະນາໃນເນື້ອທີ່ໂຄງການ 9.848 ເຮັກຕາ.ໃນທັງຫມົດນັ້ນ 2.735 ເຮັກຕາ ແມ່ນເປັນເນື້ອທີ່ເກາະດອນຕ່າງໆ ມີ 7 ກິດຈະການ ຄື:

1) ໂຄງການກໍ່ສ້າງໂຄງລ່າງພື້ນຖານພາຍໃນເຂດ;
2) ໂຄງການສ້າງ ແຫຼ່ງທ່ອງທ່ຽວ;
3) ໂຄງການສ້າງທະນາຄານ, ສະຖາບັນການເງິນ;
4) ໂຄງການກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ພັດທະນາບຸກຄະລາກອນ ແລະສີມືແຮງງານ;
5) ໂຄງການບໍລິການແຫຼ່ງທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ສະຖານທີ່ພັກ, ສະຫນາມກິລາ;
6) ໂຄງການສ້າງແຫຼ່ງບັນເທີງ, ກົດຈະການກາຊິໂນ ແລະ
7) ກົດຈະການຕ່າງໆທີ່ບໍ່ສົ່ງຜົນກະທືບຕໍ່

ສິ່ງແວດລ້ອມ.ສໍາລັບຄວາມຄືບຫນ້າໃນການຈັດຕັ້ງປະຕຶບັດໂຄງການ ປະຈຸບັນໄດ້ສໍາເລັດການເຮັດບັດປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂດຍລວມຂອງໂຄງການ, ໄດ້ອອກແບບໃນຂັ້ນເບື້ອງຕົ້ນບັນດາກົດຈະການຕ່າງໆທີ່ຢູ່ໃນໄລຍະທີ 1, ສໍາເລັດການກໍ່ສ້າງເສັ້ນທາງເບຕົງອ້ອມດອນໂຂງໄລຍະ 43 ກິໂລແມັດ ແລະໄດ້ແຕ່ງຕັ້ງຄະນະ ຮັບຜິດຊອບການທົດແທນຄ່າເສຍຫາຍ ແລະການຈັດສັນຍົກຍ້າຍປະຊາຊົນ ແລະຫນ້າວຽກອື່ນໆ.

ຈາກນັ້ນ, ທ່ານເຈົ້າແຂວງຈໍາປາສັກ ພ້ອມຄະນະໄດ້ລົງຕຶດຕາມໂຄງການກໍ່ສ້າງອາຄານຮຽນ ແລະສະໂມສອນໂຮງຮຽນປະຖົມບ້ານຂື້ນາກແມ່ນເປັນໂຄງການໃຫ້ ການຊ່ວຍເຫຼືອລ້າຂອງບໍລິສັດ ຮ່ວມພັດທະນາສີທັນດອນຈໍາກັດ ມູນຄ່າການລົງທຶນ 1 ແສນກວ່າໂດລາສະຫະລັດ.
ໂຄງການກໍ່ສ້າງໂຮງຮຽນປະຖົມບ້ານຂີ້ນາກ ແມ່ນໄດ້ວາງສີລາລືກເມື່ອວັນທີ 19 ມີນາ 2021 ຜ່ານມານີ້ ແລະປະຈຸບັນເຫັນວ່າມີຄວາມຄືບຫນ້າຫຼາຍສົມຄວນແລ້ວ.
ແຫຼ່ງຂໍ້ມູນ: ເສດຖະກິດສັງຄົມລິ້ງ:
http://www.sethakit-psx.la/detail8709.html
ທີ່ມາ
