ບໍ່ຕ້ອງລວຍລົ້ນຟ້າ ຂໍພຽງສາມາດລ້ຽງດູພໍ່ແມ່ໄດ້ ກໍດີທີ່ສຸດແລ້ວເພາະຄົນທີ່ລ້ຳລວຍທີ່ແທ້ຈິງຄືຄົນທີ່ຮູ້ຈັກຕອບແທນບຸນຄຸນພໍ່ແມ່ ລ້ຽງພໍ່ແມ່ໄດ້ ເມື່ອໃຫຍ່ຂື້ນມາຈະຮູ້ວ່າ ຍາກກວ່າການຫາຄົນຮັກດີໆຄົນຮັກເຮົາແທ້ນັ້ນ ກໍຄືການຫາເງິນ ແບບສຸດຈະລິດ ຢາກກວ່າການສຶກສາຮ່ຳຮຽນດີໆ ຄືການມີອາຊີບດີໆ .

ໃຫຍ່ມາຈະອື້ງວ່າພໍ່ແມ່ເອົາເງິນມາແຕ່ໃສມາລ້ຽງເຮົາ ແລະ ຫາວິທີໃດ ບາງຄົນຂະໜາດມີເງິນເດືອນພໍໃຊ້ກຸ້ມຕົນເອງຖືວ່າໂຊກດີ ແຕ່ບາງຄົນກະບໍ່ມີຮອດເງິນເດືອນ ບາງຄົນມີເງິນເດືອນ ແລ້ວ ຍັງບໍ່ພໍທີ່ຈະໃຫ້ພໍ່ແມ່.
ບາງຄົນອາດຈະສົງໃສວ່າພໍແມ່ເຮົາ ສາມາດລ້ຽງລູກໄດ້ 4-5 ຄົນ ສົ່ງລູກຮຽນຈົບ ບາງຄົນຈົນເຮັດວຽກໝົດ ແຕ່ບາງທີບໍ່ມີໃຜລ້ຽງດູພໍ່ແມ່ເລີຍເມື່ອໃຫຍ່ຂື້ນມາເປັນຝັງເປັນຝາຈະເຂົ້າໃຈວ່າ ເປັນຫຍັງພໍ່ແມ່ຈິງເຮັດວຽກໜັກ ວັນຢຸດກະບໍ່ໄດ້ພັກ ຈົນຄ່ຳຈົນມືດບາງຄັ້ງຍັງບໍ່ກີເຂົ້າປາອາຫານ ຈະຮູ້ໄດ້ວ່າ

ພໍ່ແມ່ເຮັດເພື່ອໃຜປານນັ້ນ .ມື້ໜື່ງເຮົາຈະຮູ້ວ່າຄຸນຄ່າຊີວິດ ບໍ່ໄດ້ວັດທີ່ວັດຖຸມີຄ່າແພງໆ ແຕ່ສາມາດວັດທີ່ຄວາມຮັບຜິດຊອບ ແລະ ຄວາມສຳນຶກ . ມື້ໜື່ງເຮົາຈະຮຸ້ວ່າ ຄົນທີ່ລ້ຳລວຍທີ່ແທ້ຈິງ ຄືຄົນທີ່ສາມາດຕອບແທນບຸນຄຸນພໍ່ ບໍ່ແມ່ນຈ່າຍຄ່າເຫຼົ້າ ຄ່າເບຍ ແບບບໍ່ເສຍດາຍ.
ບາງຄົນອາດຈະສົງໃສວ່າພໍແມ່ເຮົາ ສາມາດລ້ຽງລູກໄດ້ 4-5 ຄົນ ສົ່ງລູກຮຽນຈົບ ບາງຄົນຈົນເຮັດວຽກໝົດ ແຕ່ບາງທີບໍ່ມີໃຜລ້ຽງດູພໍ່ແມ່ເລີຍເມື່ອໃຫຍ່ຂື້ນມາເປັນຝັງເປັນຝາຈະເຂົ້າໃຈວ່າ ເປັນຫຍັງພໍ່ແມ່ຈິງເຮັດວຽກໜັກ ວັນຢຸດກະບໍ່ໄດ້ພັກ ຈົນຄ່ຳຈົນມືດບາງຄັ້ງຍັງບໍ່ກີເຂົ້າປາອາຫານ ຈະຮູ້ໄດ້ວ່າ

ແລ້ວວັນໜື່ງຈະໂຫຍຫາພໍ່ແມ່ ທີ່ບໍ່ມີວັນຫວນຄືນມາໄດ້ ວັນທີ່ພໍ່ແມ່ຈາກເຮົາໄປ ວັນນັ້ນລະ ບໍ່ມີໃຜຮັກເຮົາເທົ່າພໍ່ແມ່ມື້ນີ້ໃຜໄດ້ອ່ານບົດຄວາມນີ້ຈົບແລ້ວບາງຄົນອາດຈະບໍ່ເຂົ້າໃຈ ແຕ່ມີມື້ໜື່ງຈະເຂົ້າໃຈດີເອງ .

ຈົ່ງຈຳວ່າເດີທຸກຄົນບໍ່ຈຳເປັນຈະຕ້ອງລ້ຳລວຍລົ້ນຟ້າ ບໍ່ຈຳເປັນຈະຕ້ອງມີຊື່ສຽງ ບໍ່ຈຳເປັນຕ້ອງມີຕຳແໜ່ງໃຫຍ່ໂຕ ຂໍພຽງສາມາດດູແລຕອບແທນບຸນຄຸນພໍ່ແມ່ ເຮັດໄດ້ຊ່ຳນີ້ກໍຖືວ່າເກັ່ງຫຼາຍແລ້ວ.