ຂ່າວຕ່າງປະເທດ

ສຸດຍອດສິງກະໂປ ອະນຸມັດໃຊ້ເຄື່ອງເປົ່າຫາເຊື້ອໂຄວິດຮູ້ຜົນພາຍໃນ 1 ນາທີ.

ເວັບໄຊຂອງກະຊວງສາທາລະນາສຸກຂອງສິງກະໂປ ແລະ ບໍລິສັດ Breathonix ຜູ້ຜະລິດເຄື່ອງເປົ່າກວດລົມຫາຍໃຈເພື່ອຫາເຊື້ອໂຄວິດ19 ໄດ້ອອກມາເປີດເຜີຍວ່າລະບົບດັ່ງກ່າວໄດ້ຮັບອະນຸມັດນໍາໃຊ້ຊົ່ວຄາວໃນສິງກະໂປແລ້ວ

Breathonix ເປັນບໍລິສັດທີ່ແຍກອອກຈາກວິທະຍາໄລແຫ່ງຊາດສິງກະໂປ ໄດ້ກ່າວວ່າໃນຕອນນີ້ກໍາລັງເຮັດວຽກຮ່ວມກັບກະຊວງສາທາລະນະສຸກເພື່ອດຳເນີນການທົດລອງ ໃຊ້ອຸປະກອນທັນສະໄໝທີ່ດ່ານກວດຊາຍແດນແຫ່ງໜຶ່ງ ຂອງເມືອງທີ່ຕິດກັບມາເລເຊ ໂດຍວິເຄາະລົມຫາຍໃຈຈະດຳເນີນການຄວບຄູ່ໄປກັບການທົດລອງແອນຕີເຈນໂຄວິດ19 ຫຼື ຊຸດກວດຫາເຊື້ອໂຄວິດ19 ທີ່ບັງຄັບໃນປັດຈຸບັນ

ເວັບໄຊຂອງ Health Sciences Authority ຢືນຢັຮການອະນຸມັດເຊິ່ງບໍລິສັດໄດ້ກ່າວວ່າ ນີ້ແມ່ນລະບົບທໍາອິດທີ່ຮອງຮັບການອະນຸມັດນໍາໃຊ້ຊົ່ວຄາວໃນສິງກະໂປ ໂດຍການໃຊ້ປາກເປົ່າແບບໃຊ້ແລ້ວຖິ້ມ ແລະ ໄດ້ຮັບການອອກແບບມາເພື່ອໃຫ້ແນ່ໃຈວ່າບໍ່ມີການປົນເປື້ອນ ໂດຍຫຼັງຈາກເປົ່າເຂົ້າໄປໃນເຄື່ອງອຸປະກອນຈະປະເມີນສານປະກອບທາງເຄມີຂອງລົມຫາຍໃຈ ເພື່ອກວດວ່າຄົນ ຄົນນັ້ນຕິດເຊື້ອຫຼືບໍ່ ເຊິ່ງບຸກຄົນໃດກໍ່ຕາມທີ່ໄດຮັບການກວດຄັດກອງວ່າຜົນເປັນບວກ ຈະຕ້ອງໄດ້ຮັບການທົດສອບປະຕິກິລິຍາ (PCR) ທີ່ຢືນຢັນການຕິດໂຄວິດ19 ຕໍ່ໄປ

ນອກຈາກນີ້ ບໍລິສັດຍັງໄດ້ກ່າວວ່າກຳລັງປຶກສາກັບອົງການໃນ ແລະ ຕ່າງປະເທດຫຼາຍແຫ່ງເພື່ອໃຊ້ລະບົບນີ້ ໂດຍອ້າງເຖິງຜົນປະໂຫຍດທາງການຄ້າທີ່ແຂງແຮງກວ່າປະເທດອື່ນ ລວມເຖິງອິນໂດເນເຊຍ ແລະ ເນເທີແລນ ທີ່ໄດ້ທົດສອບລົມຫາຍໃຈລັກສະນະດຽວກັນ ອີກທັງການທົດສອບເຄື່ອງກວດລົມຫາຍໃຈມີຄວາມແນ່ນອນເຖິງ 90% ແລະ ສາມາດຮູ້ຜົນໄດ້ໂດຍໃຊ້ເວລາພຽງ 1 ນາທີ

ທີ່ມາ.

https://reut.rs/3hRdY6N%0Ahttps://cnb.cx/3bRDoNS

Related Articles

Leave a Reply

Your email address will not be published. Required fields are marked *

Back to top button