ຂໍຄວາມຊ່ວຍເຫລືອນ້ອງນໍ້າຝົນ.ນ້ອງນໍ້າຝົນ ຫລື ລີຕາອາຍຸ 7 ເດືອນ ເປັນໄຂ້ຂຶ້ນສະຫມອງ .

ແມ່ຂອງນ້ອງໄດ້ນຳມາປົວຢູ່ໂຮງຫມໍເມືອງກາສີ ກ່ອນທີ່ໂຮງຫມໍເມືອງຈະສົ່ງມາໂຮງຫມໍແຂວງ ແລະຖືກສົ່ງຕໍ່ມາປົວຢູ່ໂຮງຫມໍເສດຖາເປັນເວລາ 2 ເດືອນ .
ຈົນນ້ອງອາການດີຂຶ້ນແລ້ວໄດ້ພານ້ອງກັບເມືອບ້ານເພື່ອປິ່ນປົວທາງສາສະຫນາແຕ່ກັບບ້ານແລ້ວອາການນ້ອງບໍ່ດີຂຶ້ນ .

ທາງແມ່ເອງກໍ່ບໍ່ສາມາດພານ້ອງກັບມາປົວຕໍ່ໄດ້ເນື່ອງຈາກບໍ່ມີລາຍໄດ້ ແມ່ຂອງນ້ອງມີອາຊີບເຮັດນາເຮັດສວນ ເປັນແມ່ຮ້າງ ແລະ ມີລູກ 3 ຄົນ.

ທາງນາຍບ້ານບ້ານນາມົນໄດ້ເຮັດຫນັງສືຢັ້ງຢືນເພື່ອຂໍຄວາມຊ່ວຍເຫລືອຈາກຜູ້ໃຈບຸນ.
ທ່ານໃດທີ່ຢາກຊ່ວຍເຫລືອນ້ອງສາມາດໂອນເງິນເຂົ້າບັນຊີຂອງແມ່ນ້ອງຕາມໃນຮູບໄດ້


ຂໍໃຫ້ນ້ອງເຊົາໄວໆ 🙏🏽
ທີ່ມາ
