ຂ່າວທົ່ວໄປ

ໄວໜຸ່ມຊຸມແຊວກັນຢູ່ຫ້ອງແຖວ ຖືກນຳໄປກວດຫາເຊືອ ແລະ ສົ່ງເຂົ້າສຸນກັກບໍລິເວນ

ໄວໜຸ່ມຊຸມແຊວກັນຢູ່ຫ້ອງແຖວ ເຂດບ້ານໜອງທາ ຖືກນຳໄປກວດຫາເຊືອ ແລະ ສົ່ງເຂົ້າສຸນກັກບໍລິເວນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 25 ພຶດສະພາ 2021 ໄດ້ກັກຕົວໄວໜຸ່ມຈຳນວນ 7 ຄົນ, ຍິງ 3 ຄົນ ກຳລັງຊຸມແຊວກັນພ້ອມ ເປີດເພງສຽງດັງຢູ່ຫ້ອງແຖວ ບ້ານໜອງທາເໜືອ

ຮ່ອມ 7 ເພື່ອສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງນຳສົ່ງພວກກ່ຽວເຂົ້າໄປສູນກັກກັນ ໂຮງຮຽນເລກ 9 ເມືອງຈັນທະບູລີ ນວ ຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ນວ ເພື່ອກວດກາຫາເຊື້ອພະຍາດ ຖ້າພົບວ່າການກະທຳຂອງພວກກ່ຽວເປັນສາເຫດ

ແມ່ນຈະໃຫ້ຮັບຜິດຊອບຜົນເສຍຫາຍທີ່ເກີດຂຶ້ນ ແລະ ມີຄວາມຮັບຜິດຊອບທາງອາຍາ ຕາມປະມວນກົດໝາຍໄດ້ກຳນົດໄວ້ ເພາະເປັນການລະເມີດແຈ້ງການ ເລກທີ 02/ຈນວ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button