ຂ່າວທົ່ວໄປ

ຂ່າວດີ ທຶນຮຽນຟຣີ ມີຈຳນວນຈຳກັດ ສະຫມັກກ່ອນມີໂອກາດກ່ອນ ມາຮອດແລ້ວ

👏 👏 ຂ່າວດີ ທຶນຮຽນຟຣີ ມີຈຳນວນຈຳກັດ ສະຫມັກກ່ອນມີໂອກາດກ່ອນ ມາຮອດແລ້ວ ! ໃຜທີ່ສົນໃຈຮຽນແທ້ໆໃຫ້.

ສະຫມັກທາງອອນລາຍ ໂດຍຖ່າຍຮູບໃບປະກາດປະຖົມ ແລະ ສຳມະໂນຄົວມາກ່ອນ ທີ່ເບີ ວອດແອັບ 02098009636 ,02056926608, 02054877037, 02056328671 ແລະ ອີເມວ E-mail: bouavanhpmc@gmail.com

👉 ໃນວັນທີ່02/6/2021 ຈຶ່ງນຳເອກະສານແທ້ ທັງຫມົດທີ່ໃຫ້ປະກອບຕາມຂ້າງລຸ່ມມາສົ່ງ ອີງຕາມຄຳສັ່ງໃຫ້ເປີດຮຽນ

👉 ສະຫນັບສະຫນູນໂດຍ ໂຄງການລາວ029 👉ສະຫມັກໄດ້ແຕ່ວັນທີ 20.5.2021 ຫາ 24.06.2021 ນີ້ເທົ່ານັ້ນ.

ມາແຕ່ໂຕແລະຫົວໃຈ ຢາກເຮັດວຽກໃນອາຊີບນີ້ແທ້ ເຮົາຍິນດີຊ່ວຍທຸກທ່ານທີ່ຕ້ອງການໂອກາດ ❤️

ໂອກາດດີໆບໍ່ມີຕະຫລອດ ປິດຮັບວັນທີ 24.06.2021

👩🏻‍🍳ສາຂາ ວິຊາແຕ່ງອາຫານ 25 ທຶນ

👩‍💼 ສາຂາ ການໂຮງແຮມ 20 ທຶນ

👨‍💼ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ

👩🏻‍🎓ຮຽນໄລຍະ3ເດືອນ ຈົບໄປໄດ້ໃບປະກາດຊັ້ນຕົ້ນ ຮຽນຫມົດມື້ແຕ່ເຊົ້າ ຫາ ຄໍ່າ.

📝ເອກະສານປະກອບການຮຽນ

1. ໃບປະກາດປະຖົມ !ຕ້ອງກົງກັນກັບສຳມະໂນຄົວ! ກ໋ອບປີ້ສີ 2ໃບ.

2. ໃບຢັ້ງຢືນທີ່ຢູ່ 2ໃບ

3. ສຳເນົາສຳມະໂນຄົວກ໋ອບປີ້ສີ 3ຊຸດ

4. ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ 2 ໃບ.

5. ຮູບຖ່າຍຂະຫນາດ 3×4 6ໃບ

👩ສຳລັບນັກຮຽນປະຖົມ ທີ່ບໍ່ຈົບມັດທະຍົມຕົ້ນ

👩🏻‍🎓👨🏻‍🎓ເງື່ອນໄຂຜູ້ສະຫມັກຮຽນທຶນ

👩ອາຍຸ 18-30 ປີ.

👩ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ

👩ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ

👩🏻‍💼ສຸຂະພາບຕ້ອງແຂງແຮງສົມບູນ ແລະ ບໍ່ມີພະຍາດຕິດຕໍ່ຊໍ່າເຮື້ອ

👩ມີພາຫະນະທຽວການ (ຢໍ້າຕ້ອງມີພາຫະນະເພື່ອໃຊ້ໄປເຮັດວຽກຫລັງຮຽນຈົບ )

💼ສິ່ງທີ່ຜູ້ຮຽນຈະໄດ້ຮັບ

👉ມີເບັ້ຍລ້ຽງ 800.000/ເດືອນ

👉👉ອຸປະກອນປະກອບການຮຽນຟຣີ

👉ມີປະກັນສຸຂະພາບ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ.

👉ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ

👉ຫໍພັກຟຣີ 👉ທຸກຄົນຕ້ອງນອນຫໍພັກເພາະເຮົາມີສອນອັງກິດພາກຄໍ່າໃຫ້

👍 ເຄື່ອງບ່ອນນອນ1ຊຸດ

👉ເຄື່ອງແບບ 2 ຊຸດ

👍 ພິເສດມີສອນພາສາອັງກິດທົ່ວໄປແລະວິຊາສະເພາະໃຫ້ພາກຄໍ່າ

ສຳລັບທ່ານໃດສົນໃຈຕິດຕໍ່ເອົາໃບສະຫມັກໄດ້ທີ່ຫ້ອງການວິທະຍາໄລ ວຽງຈັນພັດທະນາອາຊີບ ບ້ານດົງປ່າແຫລບ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ

ໂທ 021540545 ແລະ 021261566

Related Articles

Leave a Reply

Your email address will not be published. Required fields are marked *

Back to top button