ແຊຣ໌ຕໍ່ໆ ຖຶກເຮັດບົດບັນທຶກ ຫຼັງໂພສ໌ກ່ຽວກັບຄ່າໄຟແພງ

🔥​🔥​ ວັນທີ 25 ພຶດສະພາ 2021 ທີ່ຜ່ານມາ​ ໄດ້ມີລູກຄ້າ ໂພສຂໍ້ຄວາມກ່ຽວກັບ ຄ່າໄຟຟ້າແພງ ຢາກໃຫ້ລັດວິສາຫະກິດໄຟຟ້າລາວ​ ຄິດໄລ່ລາຄາໄຟແບບເກົ່າ.

ໂດຍຜູ້ໂພສອອກຊື່ Korrada Leeok.​ ດັ່ງນັ້ນ,​ ທາງທີມງານຮັບຜິດຊອບຂອງ​ລັດວິສາຫະກິດໄຟຟ້າລາວ ໄດ້ລົງໄປກວດສອບຂໍ້ມູນຄວາມຈິງເພື່ອ ແກ້ໄຂບັນຫາທີ່ເກີດຂື້ນພ້ອມອະທິບາຍໃຫ້ລູກຄ້າໃຫ້ເຂົ້າໃຈກ່ຽວກັບບັນຫາດັ່ງກ່າວ,​

ພ້ອມເຮັດບົດບັນທຶກຄວາມເຂົ້າໃຈ ພາຍຫລັງທີ່ລູກຄ້າຄົນໄດ້ດັ່ງກ່າວໄດ້ເຂົ້າໃຈຕໍ່ບັນຫາແລ້ວຜູ້ກ່ຽວກໍ່ໄດ້ລົບໂພສຂອງຕົນທີ່ໄດ້ກ່າວໄປນັ້ນອອກຈາກ Facebook ແລະ ຂໍໂທດຕໍ່ທີມງານທີ່ໄດ້ລົງໄປອະທິບາຍ ເຊິ່ງມີຄວາມເຂົ້າໃຈຜິດ ແລະ ເຮັດໃຫ້ສັງຄົມເຂົ້າໃຈຜິດອີກດ້ວຍ.

ທຸກບັນຫາທີ່ກ່ຽວກັບໄຟຟ້າຫາກທ່ານບໍ່ເຂົ້າໃຈ​ ຫລື​ ເຫັນການກະທຳທີ່ບໍ່ເຫມາະສົມຂອງພະນັກງານໄຟຟ້າລາວ ທ່ານສາມາດໂທແຈ້ງສາຍດ່ວນ​ 1199 ຫລື​ ເຂົ້າໄປສູນບໍລິການໄກ້ບ້ານທ່ານ.Cr: ຟຟລ

Related Posts

Leave a Reply

Your email address will not be published. Required fields are marked *