ຂ່າວທົ່ວໄປ

ແບ່ງປັນເລື່ອງດີໆທີ່ເກີດຂຶ້ນໃນສັງຄົມເຮົາ ຊົມເຊີຍ “ວິໄລຄຳ” ຄົນໃຈບຸນ ທີ່ບໍ່ເຄີຍຢຸດເຮັດຄວາມດີ

“ວິໄລຄຳ” ປັດຈຸບັນ ອາຍຸ 30 ປີ ອາຊີບຄ້າຂາຍ ນາມເຈົ້າຂອງແບຣນດີເວີ້ ໜຶ່ງໃນຜູ້ມີໃຈຮັກໃນການຊ່ວຍເຫຼືອຜູ້ຄົນ, ຫຼາຍຄົນຄົງເຫັນແລ້ວກັບການບໍລິຈາກ ຫຼື ການລະດົມທຶນ, ປະກອບສ່ວນຊ່ວຍເຫຼືອໃນຫຼາຍພາກສ່ວນ ໂດຍສະເພາະໄລຍະໂຄວິດ-19. ຂໍຊົມເຊີຍນໍ້າໃຈອັນປະເສີດ!!

ສຳລັບຊີວິດຂອງແມ່ຄ້າຄົນນີ້ເຄີຍລົ້ມລະລາຍມາກ່ອນ ແຕ່ຜູ້ກ່ຽວກໍບໍ່ເຄີຍທໍ້ ແລະ ເບິ່ງທຸກຢ່າງໃຫ້ເປັນໂອກາດຢູ່ສະເໝີ ເມື່ອປະສົບຜົນສຳເລັດໃນທຸລະກິດຂອງໂຕເອງ ຜູ້ກ່ຽວຈຶ່ງມີຄວາມຮູ້ສຶກຢາກຊ່ວຍຄົນທີ່ລຳບາກຂາດເຂີນນັບແຕ່ພະຍາດລະບາດຂຶ້ນເທື່ອທີສອງ ຖືວ່າສັງຄົມລາວຫຼາຍພາກສ່ວນໄດ້ອອກມາຮ່ວມໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນຍາມວິກິດຊ່ວຍເຫຼືອສັງຄົມລະດົມທຶນສ້າງເຮືອນ ຊື່ ວິໄລຄຳ ກາຍເປັນທີ່ຮູ້ຈັກໃນສັງຄົມໃນນາມຄົນດີສາຍບຸນ!!!

ການຊ່ວຍເຫຼືອເລີ່ມຈາກຊື້ໄຂ່ ແຈກເຂົ້າສານໃຫ້ປະຊາຊົນ ແລະ ນັກສຶກສາຜູ້ທຸກຍາກຂາດເຂີນ ແລະ ໜ່ວຍງານສະເພາະກິດ ທີ່ສຳຄັນກ່ອນນັ້ນແມ່ນຊ່ວຍລະດົມທຶນຈາກສັງຄົມ ແລະ ບວກທຶນໂຕເອງສ້າງເຮືອນໃຫ້ຜູ້ທຸກຍາກ ແນ່ນອນວ່າແຜນຕໍ່ໜ້າເພິ່ນກໍຍັງຈະຊ່ວຍເຫຼືອສັງຄົມຕະຫຼອດໄປ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button