ຂ່າວທົ່ວໄປ

ສຳນັກງານຜູ້ຕາງຫນ້າຖາວອນແຫ່ງ ສປປລາວ ປະຈໍາອົງການ ສປຊ “ຕ້ອນຮັບ ຄຣິສຕີນາ ລາຊະສິມມາ

ສຳນັກງານຜູ້ຕາງຫນ້າຖາວອນແຫ່ງ ສປປລາວ ປະຈໍາອົງການ ສປຊ “ຕ້ອນຮັບ ຄຣິສຕີນາ ລາຊະສິມມາ ພາຍຫລັງສໍາເລັດການເຂົ້າຮ່ວມໃນເວທີປະກວດນາງງາມຈັກກະວານທີ່ ລັດຟໍລີດາ ສະຫະລັດ ອາເມລິກາ.

“(1). ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ, ຜູ້ຕາງຫນ້າຖາວອນແຫ່ງ ສປປລາວ ປະຈຳອົງການ ສປຊ, ຕາງຫນ້າໃຫ້ບັນດານັກການທູດ ແລະ ພະນັກງານປະຈໍາສໍານັກງານ ໄດ້:

1. ສະແດງຄວາມຍິນດີ ແລະ ຊົມເຊີຍ ທີ່ ຄຣິສຕີນາ ໄດ້ເຮັດສຳເລັດຫນ້າທີ່ ທັງໄດ້ປະກອບສ່ວນໃນວຽກງານການທູດດ້ານວັດທະນະທໍາ ໂດຍຕາງຫນ້າໃຫ້ຊາວຫນຸ່ມລາວ ແລະ ແມ່ຍິງລາວ ໃນທົ່ວປະເທດ ມາເຜີຍແຜ່ວັດທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ ໃນເວທີສາກົນໃນຄັ້ງນີ້,

2. ເປັນການປະກອບສ່ວນເຮັດໃຫ້ສາກົນຮູ້ຈັກ ແລະ ຊື່ນຊົມຍິນດີ ຕໍ່ຄວາມເປັນເອກະລັກຂອງຊາດລາວເຮົາຫລາຍຍິ່ງຂຶ້ນ;

(2). ຄຣິສຕີນາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຄົນລາວ ທີ່ປະຕິບັດຫນ້າທີ່ຢູ່ຕ່າງປະເທດ ລວມທັງຄົນເຊື້ອຊາດລາວເຮົາທີ່ດໍາລົງຊີວິດຢູ່ ສ. ອາເມລິກາ ພ້ອມທັງໄດ້ເລົ່າຄືນເຖິງ ປະສົບການບາງດ້ານ ແລະ ຄວາມປະທັບໃຈ ຈາກການເຂົ້າຮ່ວມໃນເວທີໂລກໃນຄັ້ງນີ້;

(3). ນອກຈາກນັ້ນ, ຄຣິສຕີນາ ຍັງມີໂອກາດໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບບາງວຽກງານທີ່ພົ້ນເດັ່ນໃນຂອບອົງການ ສປຊ ລວມທັງ ບູລິມະສິດຂອງ ສປປລາວ ໃນການເຄື່ອນໄຫວຢູ່ເວທີສາກົນ ໃນຊຸມປີຕໍ່ຫນ້າ.

ຄຣີສຕີນາ ມີຄວາມສົນໃຈເປັນພິເສດ ຕໍ່ວຽກງານຂອງອົງການ ສປຊ ເນື່ອງຈາກພໍ່ຂອງ ຄຣີສຕີນາ ໄດ້ຮ່ວມເຮັດວຽກນໍາອົງການ ເຄືອຂ່າຍ ສປຊ ປະຈໍາ ສປປລາວ ມາຫລາຍປີ ແລະ ຕົນເອງກໍໄດ້ເຮັດຫນ້າທີ່ ເປັນອາສາສະຫມັກໃນການເຜີຍແຜ່ວຽກງານຂອງອົງການ UNFPA ໃນລະດັບປະເທດ.

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button