ອຸທາຫອນ ຢາກງາມໄປສັນຍະກຳ ເສີມດັງ ສຸດທ້າຍຕ້ອງຜ່າຕັດດ່ວນ ເພາະດັງເລີ່ມເນົ່າ

ການສັນຍະກຳເສີມຄວາມງາມ ຖືວ່າເປັນທີ່ນິຍົມຂອງກຸ່ມຄົນຈຳນວນຫຼາຍໃນສັງຄົມ ເພາະໃຜໆກໍ່ຕ້ອງການຢາກໃຫ້ຕົນເອງເບິ່ງແລ້ວງາມ ດູດີໃນສາຍຕາຜູ້ພົບເຫັນ ແຕ່ຢ່າລືມວ່າ ການສັນຍາກຳ ແມ່ນມີຄວາມສ່ຽງຫຼາຍ ຖ້າຫາກບໍ່ໄດ້ປຶກສາຜູ້ຊ່ຽວຊານສະເພາະດ້ານ ແລະ ບໍ່ໄດ້ສຶກສາຂໍ້ມູນຢ່າງລະອຽດ ກ່ອນລົງມືສັນຍາກຳໃດໜຶ່ງ ເພາະເມື່ອເກີດຜິດພາດມາແລ້ວ ມັນຈະໄດ້ບໍ່ຄຸ້ມກັບເສຍ ດັ່ງເລື່ອງລາວທີ່ເກີດຂຶ້ນກັບສາວເຄາະຮ້າຍລາຍນີ້

ໂດຍຂໍ້ຄວາມ ລະບຸຜ່ານເຟສບຸກວ່າ ເຕືອນໄພ ສັນຍະກຳທີ່ເຈີມາກັບຕົວເອງ ເລິ່ມທຳອິດໄດ້ຕິດຕໍ່ຜ່ານຕົວແທນຄົນຫນຶ່ງ ຊຶ່ງຈະສະຫງວນຊື່ໄວ້.

ຄືມື້ທຳອິດທີ່ເປັນສັນລະຍະກຳດັງ ໃນວັນທີ 21 ກໍລະກົດ 2019 ຜ່ານມາ ມັນກໍ່ຂຽວແລ້ວ ແຕ່ຕົນເອງບໍ່ໄດ້ເອະໃຈ ຫຼື ແປກໃຈແຕ່ຢ່າງໃດ ເພາະຄິດວ່າເປັນເລື່ອງປົກກະຕິ ຈົນມາເຖິງວັນທີ 24 ເລີ່ມມີອາການຄືເຈັບຫຼາຍ ໜ້າບວມ ຊໍ້າເລືອດ ຊໍ້າໜອງ ຈາກນັ້ນ ຈຶ່ງທັກໄປສອບຖາມກັບຕົວແທນຄົນນີ້ວ່າ ປົກກະຕິຫຼືບໍ ເຊິ່ງເຂົາບອກວ່າ ປົກກະຕິດີ.

ພໍມາເຖິງວັນທີ 25 ກໍລະກົດ ຕົນເອງກໍ່ບໍ່ໄດ້ເອະໃຈ ຫຼື ສົນໃຈອີກ ເພາະຕົວແທນຄົນນັ້ນ ບອກວ່າປົກກະຕິດີ. ຈາກນັ້ນ, ມາເຖິງວັນທີ 27 ເລີ່ມບໍ່ໄຫວເລີຍຖ່າຍຮູບ ແລ້ວສົ່ງໄປໃຫ້ຕົວແທນຄົນນັ້ນເບິ່ງ ເຂົາກໍ່ບອກໃຫ້ໄປຫາໝໍທີ່ຄີນິກຂອງເຂົາໃນມື້ຕໍ່ມາ ແຕ່ພໍມາເຖິງຕອນເດີກ ຕົນເອງມີອາການເຈັບແບບທໍລະມານສຸດໆຄືກັບດັງກຳລັງຈະເນົ່າ ເພາະຕອນທີ່ໄປອາບນໍ້າມີໜອງ, ມີເລືອດດັນອອກມາ ເຮັດໃຫ້ຕົກໃຈ, ເວົ້າຫຍັງບໍ່ໄດ້.

ຈາກນັ້ນ, ແຟນ ແລະ ຄອບຄົວພາກັນຕົກໃຈເລີຍພາໄປຫາໝໍ ພໍມາເຖິງໂຮງໝໍ ໝໍກໍ່ກວດເບິ່ງອາການ ປາກົດວ່າຕິດເຊື້ອຂັ້ນຮຸນແຮງ ຕ້ອງຜ່າຕັດໂດຍດ່ວນ.

ເຊິ່ງເຫດການດັ່ງກ່າວນີ້ ຂໍໃຫ້ເປັນອຸທາຫອນເຕືອນ ສຳລັບໃຜທີ່ກຳລັງຈະສັນລະຍະກຳ ຖ້າຢາກເຮັດຕ້ອງສຶກສາຂໍ້ມູນໃຫ້ລະອຽດ ພ້ອມທັງປຶກສາໝໍທີ່ຊ່ຽວຊານສະເພາະດ້ານ ແລະ ບໍ່ຄວນຕັດສິນໃຈດ່ວນເຮັດສັນລະຍະກຳຈາກການໂຄສະນາຊວນຊື່ ທັງນີ້,ກໍ່ເພື່ອຫຼີກລ່ຽງການເກີດຂໍ້ຜິດພາດທີ່ອາດຈະເກີດກັບເຮົາເອງໄດ້
