ຊົມເຊີຍ👏👏ທີມງານແພດ, ພະຍາບານ ແຂວງບໍລິຄຳໄຊ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີທັງໝົດ 3 ຄົນພາຍໃນແຂວງ

ຊົມເຊີຍ👏👏ທີມງານແພດ, ພະຍາບານ ແຂວງບໍລິຄຳໄຊ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີທັງໝົດ 3 ຄົນພາຍໃນແຂວງ.

ໃນຕອນເຊົ້າວັນທີ 28 ພຶດສະພາ 2021 ຢູ່ສູນປິ່ນປົວພະຍາດໂຄວິດ-19 ຫຼັກ 6 ເມືອງປາກຊັນ, ແຂວງບໍລິຄຳໄຊທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ທັງເປັນຮອງປະທານຄະນະສະເພາະກິດຂັ້ນແຂວງ ໄດ້ໄປຊົມເຊີຍຜົນສຳເລັດທີມງານແພດໝໍ-ພະຍາບານໂຮງໝໍແຂວງ ທີ່ໄດ້ເຮັດໜ້າທີ່ຮັກສາປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງບໍລິຄຳໄຊ ຈຳນວນ 3 ຄົນ ປົວດີອອກໂຮງໝໍທັງໝົດແລ້ວ.

ເຊິ່ງກ່ອນໜ້ານີ້, ໃນວັນທີ 5 ພຶດສະສາ 2021 ສາມາດປິ່ນປົວຜູ້ຕິດເຊື້ອກໍລະນີຄົນທຳອິດຂອງແຂວງ ຢູ່ບ້ານໂພນມຸງຄຸນ ເມືອງບໍລິຄັນ ປົວດີອອກໂຮງໝໍ ແລະ ມາໃນຕອນເຊົ້າວັນທີ 28 ພຶດສະພານີ້ ສາມາດປິ່ນປົວກໍລະນີທີ 2 ແລະ ທີ 3 ຂອງແຂວງປົວດີອອກໂຮງໝໍແລ້ວ.

ເຊິ່ງມາຮອດປັດຈຸບັນເຫັນໄດ້ວ່າແຂວງບໍລິຄຳໄຊ ແມ່ນບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19, ໂອກາດດັ່ງກ່າວນີ້ ທ່ານ ດຣ ສອນໄຊ ປັນຍານຸວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທີມງານແພດໝໍ-ພະຍາບານ ທີ່ໄດ້ເອົາໃຈໃສ່,

ສຸມທຸກສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການຮັກສາປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຈົນຫາຍດີທັງໝົດຈຳນວນ 3 ຄົນດັ່ງກ່າວ. ສໍາລັບຜູ້ຕິດເຊື້ອ 2 ກໍລະນີ ທີ່ໄດ້ອອກໂຮງໝໍໃນມື້ນີ້ ແມ່ນຍັງຈະໄດ້ໄປສຶບຕໍ່ກັກກັນບໍລິເວນຢູ່ເຮືອນຕົນເອງ ຕື່ມອີກ 14 ວັນ.ຂ່າວ: ຄຳຟອງ